ການນຳ Tusinia ຈັດການປະຊຸມ ກ່ຽວກັບເລື່ອງແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່

ການນຳ Tusinia ຈັດການປະຊຸມ ກ່ຽວກັບເລື່ອງແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ - ảnh 1

ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່ Tusinia

(ພາບ:viet.rfi.fr)

(vovworld) -  ພາຍ​ຫລັງຂໍ້​ຕົກລົງ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງທ່ານ​ນາຍົກລັດຖະມົນ ຕີ Hamad Jebali ວັນ​ທີ 20/2, ທ່ານ Moncef Marzouki ປະທານ​​ນາ​ທິບໍດີ ​Tusinia ໄດ້ດຳ​ເນີນ​ການ​ປະຊຸມ​ດ່ວນ​ກັບ​ບັນດາ​ການ​ນຳ​ພັກ​ຝ່າຍ​ຕ່າງໆ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ມາດ​ຕະການ​ນຳ​ປະ​ເທດ​ຊາດ​ຫລຸດ​ພົ້ນອອກ​ຈາກ​ວິ​ກິດ​ການ​ດ້ານ​ການ​ເມືອງ​ພວມ​ປີນຂັ້ນ​ໄດ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ທ່ານ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ຍຸຕິ​ທຳ​ລ້ວນ​​ແຕ່​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ສະ​ເໜີແຕ່ງຕັ້ງ​ເຂົ້າ​ໃນ​ຕຳ​ແໜ່​ງນາຍົກລັດຖະມົນຕີ Tusinia. ກ່ອນ​ໜ້ານັ້ນ, ວັນ​ທີ 19/2, ທ່ານ​ນາຍົກລັດຖະມົນຕີ Tusinia  Hamad Jebali ​ໄດ້​ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງ ພາຍຫຼັງ​ບໍ່ສາມາດ​ສ້າງຕັ້ງລັດຖະບານ​ລວມມີ​ບັນດາ​ສະມາຊິກ​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດໆ​ໄດ້ ​ເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່ Tusinia. Tusinia ພວມ​ຕົກ​ເຂົ້າສູ່​ສະພາບ​ເກີດ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ພາຍຫຼັງ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ໂຄ່ນ​ລົ້ມປະທານາທິບໍດີ Ben Ali ​ເມື່ອ​ປີ​ກາຍ.

ຂ່າວ/ບົດ​ອື່ນ