ການນຳ VOV ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວປະມົງຢູ່ເມືອງເກາະຫຼີເຊີນ

ການນຳ VOV ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວປະມົງຢູ່ເມືອງເກາະຫຼີເຊີນ  - ảnh 1
ການນຳ VOV ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວປະມົງ ຢູ່ເມືອງເກາະຫຼີເຊີນ

(vovworld)- ຕອນ​ເຊົ້າ​ວັນ​ທີ 27/6, ຄະນະ​ປະຕິບັດ​ງານ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໂດຍ​ທ່ານ​ຜູ້ອຳນວຍການໃຫຍ່ ຫງວຽນດັງຕ້ຽນ ນຳໜ້າໄດ້ໄປ ​ຢ້ຽມຢາມ, ເຮັດວຽກ ​ແລະ ມອບ​ຂອງ​ຂວັນ​ໃຫ້​ຊາວ​ປະມົງ​ຢູ່​ເມືອງ​ເກາະ​ຫຼີ​ເຊີນ ແຂວງກວາງງ້າຍ.

    ທີ່ການພົບປະ, ການນຳເມືອງຫຼີເຊີນຢືນຢັນວ່າ ​​ເຖິງ​ວ່າ​ຈີນ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ສືບ​ຕໍ່​ເກາະ​ຜິດ​ກັບ​ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະມົງ​ຫວຽດນາມ, ​ແຕ່​​ຊາວ​ປະມົງ​ຢູ່​ເມືອງ​ເກາະ​ຫຼີ​ເຊີນຍັງ​ຄົງ​ອົງອາດ​ກ້າ​ແກ່ນ ​ເດີນ​ທະ​ເລຫາ​ປາ, ປະກອບ​ສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ຫຼະບູຊາ​ຂອງ​ປະ​ເທດ​ຊາດ.

  ທ່ານ​ຜູ້ອຳນວຍການໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ຫງວຽນດັງຕ້ຽນ  ຢືນຢັນ​ວ່າ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຍາມ​ໃດ​ກໍ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ຊາວ​ປະມົງ. ຜ່ານ​ຄື້ນກະຈາຍສຽງ ​ແລະ ສື່​ມວນ​ຊົນ​ອື່ນໆ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຮຽກຮ້ອງ​ຫາງ​ສຽງ​ສາກົນ​ທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ ຈົ່ງ​ສະໜັບ ສະໜູນຄວາມ​ເປັນ​ທຳ​ຂອງ​ຫວຽດນາມ​ໃນ​ກິດຈະການ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາອະທິປະ​ໄຕ, ຮຽກຮ້ອງ​ຊາວ​ຫວຽດນາມ​ທົ່ວ​ປະ​ເທດ​ຈົ່ງ​ມຸ່ງ​ໄປ​ສູ່ ເຂດ​ທະ​ເລ​ໝູ່​ເກາະ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ຫຼະບູຊາ​ຂອງ​ປະ​ເທດ​ຊາດ

ຂ່າວ/ບົດ​ອື່ນ