ການນຳ ກຸຍບາ ແລະ ລາວ ດຳເນີນການເຈລະຈາທາງໄກກ່ຽວກັບການພົວພັນ 2 ຝ່າຍ

(VOVWORLD) -ທ່ານປະທານ ກຸຍບາ Miguel Diaz Xanel Bermudez ໄດ້ເນັ້ນໜັກວ່າ: “ໄລຍະທາງດ້ານພູມສາດ, ຄວາມແຕກຕ່າງກັນດ້ານພາສາ, ວັດທະນະທຳ ແລະ 2 ປີທີ່ເກີດໂລກລະບາດຜ່ານມາ ກໍ່ບໍ່ສາມາດກີດຂວາງນ້ຳໃຈມິດຕະພາບທີ່ນັບມື້ນັບສະໜິດແໜ້ນລະຫວ່າງ ລາວ ແລະ ກຸຍບາໄດ້”.
ການນຳ ກຸຍບາ ແລະ ລາວ ດຳເນີນການເຈລະຈາທາງໄກກ່ຽວກັບການພົວພັນ 2 ຝ່າຍ - ảnh 1(ພາບປະກອບ: TTXVN)

ວັນທີ 30 ມິຖຸນາ, ສຳນັກຂ່າວສານ ກຸຍບາ Prensa Latina (PL) ໃຫ້ຮູ້ວ່າ, ທ່ານເລຂາຜູ້ທີໜຶ່ງພັກກອມມູນິດ ທັງເປັນປະທານກຸຍບາ Miguel Diaz Xanel Bermudez ຫາກໍ່ດຳເນີນການເຈລະຈາທາງໄກກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໃນນັ້ນການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ເຖິງຄວາມຕັດສິນໃຈຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ. ຕາມສຳນັກຂ່າວສານ PL ແລ້ວ, ໃນການເຈລະຈາ, ທ່ານປະທານ ກຸຍບາ Miguel Diaz Xanel Bermudez ໄດ້ເນັ້ນໜັກວ່າ: “ໄລຍະທາງດ້ານພູມສາດ, ຄວາມແຕກຕ່າງກັນດ້ານພາສາ, ວັດທະນະທຳ ແລະ 2 ປີທີ່ເກີດໂລກລະບາດຜ່ານມາ ກໍ່ບໍ່ສາມາດກີດຂວາງນ້ຳໃຈມິດຕະພາບທີ່ນັບມື້ນັບສະໜິດແໜ້ນລະຫວ່າງ ລາວ ແລະ ກຸຍບາໄດ້”.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ: “ຍາມໃດ ກຸຍບາ ກໍ່ມີອ້າຍນ້ອງ ລາວ ຮຽງບ່າຮຽງໄຫຼ່”, ພ້ອມທັງສົ່ງຄຳສະບາຍດີເຖິງທ່ານພົນເອກ Raul Castro, ຜູ້ນຳປະຕິວັດປະຫວັດສາດ ແລະ ແມ່ນ “ເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນ ລາວ”.

ຕອບກັບ

ຂ່າວ/ບົດ​ອື່ນ