ການ​ນຳ ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມືໃນ ອາ​ຊຽນ ແລະ ສະ​ພາບ​ການ​ຢູ່ ມຽນ​ມາ

(VOVWORLD) -ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍໃຫ້ຮູ້ວ່າ ວັນທີ 04 ມັງກອນ, ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນຂອບເຂດ ອາຊຽນ ແລະ ສະພາບການດ້ານການເມືອງຢູ່ ມຽນມາ.
ການ​ນຳ ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມືໃນ ອາ​ຊຽນ ແລະ ສະ​ພາບ​ການ​ຢູ່ ມຽນ​ມາ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ  Samdech Techo Hun Sen (ພາບ: TTXVN) 

ໃນການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ ອິນໂດເນເຊຍ Widodo ຢັ້ງຢືນວ່າ Jakarta ຈະໃຫ້ການໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ພະນົມເປັນປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ 2022, ພ້ອມທັງເນັ້ນໜັກວ່າ ສິ່ງດັ່ງກ່າວ ຈະປະກອບສ່ວນສ້າງຜົນສຳເລັດໃຫ້ແກ່ ອິນໂດເນເຊຍ ເມື່ອປະເທດນີ້ເປັນປະທານ ອາຊຽນ ໃນປີ 2023.

        ສ່ວນທ່ານນາຍົກລັດຖະມົນຕີ Hun Sen ຕີລາຄາສູງ ອິນໂດເນເຊຍ ຍ້ອນມີຫຼາຍຂໍ້ລິເລີ່ມປະກອບສ່ວນເຂົ້າໃນວິວັດການສ້າງປະຊາຄົມ ອາຊຽນ.

        ນອກຈາກນັ້ນ, ການນຳສອງປະເທດ ກໍໄດ້ແລກປ່ຽນທັດສະນະກ່ຽວກັບການຜັນແປໃນປັດຈຸບັນຢູ່ ມຽນມາ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການໜູນຊ່ວຍ ມຽນມາ ຊອກຫາມາດຕະການແກ້ໄຂເໝາະສົມເພື່ອບັນລຸໄດ້ຄວາມປອງດອງຊາດ, ສັນຕິພາບຍາວນານ, ສະຖຽນລະພາບ ແລະ ພັດທະນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ