ການນຳ ຈີນ - ອິນເດຍ ພົບປະກັນຢູ່ນອກກອງປະຊຸມສຸດຍອດ SCO

(VOVWORLD) - ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຈະພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ນອກກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ (SCO) ໃນລະຫວ່າງວັນທີ 13 – 14 ມິຖຸນາ ຈະມາເຖິງຢູ່ Bishkek, ກຽກກີສະຖານ. 

ນີ້ຈະແມ່ນການພົບປະຄັ້ງທຳອິດລະຫວ່າງການນຳ 2 ທ່ານ ນັບແຕ່ເມື່ອທ່ານ Narendra Modi ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອິນເດຍ ອາຍຸການທີ 2.

        ເດືອນກ່ອນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສົ່ງສານອວຍພອນທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ກ່ຽວກັບໄຊຊະນະຂອງພັກປະຊາຊົນ ອິນເດຍ ໃນການເລືອກຕັ້ງສະພາຕ່ຳຊຸດທີ 17. ທ່ານ ສີຈິ້ນຜິງ ໄດ້ຢືນຢັນເຖິງຄວາມ ຖືເປັນສຳຄັນການພົວພັນກັບ ອິນເດຍ ແລະ ຢາກເຮັດວຽກກັບ ອິນເດຍ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເປີດກ້ວາງການຮ່ວມມືແທດຈິງ, ຊຸກຍູ້ການພົວພັນຄູ່່ຮ່ວມມືພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ