ການນຳ ຕວກກີ, ອີຣານ ຄັດຄ້ານການລົງປະຊາມະຕິກ່ຽວກັບຄວາມເປັນເອກະລາດຂອງຊາວ Kurd

(VOVWORLD) - ວັນທີ 04 ຕຸລາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ເລີ່ມຕົ້ນການໄປປະຕິບັດງານເຖິງ ອີຣານ.
ການນຳ ຕວກກີ, ອີຣານ ຄັດຄ້ານການລົງປະຊາມະຕິກ່ຽວກັບຄວາມເປັນເອກະລາດຂອງຊາວ Kurd - ảnh 1ຊາວ Kurd ຢູ່ ອີຣັກ (ພາບ: Reuters

ໃນການເຈລະຈາລະຫວ່າງທ່ານປະທານາທິບໍດີ ອີຣານ Hassan Rouhani ກັບທ່ານ Erdogan, 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ສະກັດກັ້ນຄວາມແຕກຫັກ ລະຫວ່າງ ອີຣັກ ແລະ ຊີຣີ, ພ້ອມທັງ ຄັດຄ້ານເຈດຈຳນົງແຍກຕົວອອກເປັນເອກະລາດຂອງຊາວ Kurd ຢູ່ ອີຣັກ. ສ່ວນທ່ານປະທານາທິບໍດີ Erdogan ໃຫ້ຮູ້ວ່າ: “ຄວນມີບັນດາບາດກ້າວເດີນທີ່ແຂງແຮງກ່ວາ” ໃນການຮັບມືກັບບັນຫາຊາວ Kurd. ຕາມແຜນການແລ້ວ, ໃນຂອບເຂດການໄປປະຕິບັດງານເປັນເວລາໜຶ່ງວັນ, ທ່ານ Erdogan ຈະພົບປະກັບສາດສະດາໃຫຍ່ ອີຣານ Ali Khamenei.

ຕອບກັບ

ຂ່າວ/ບົດ​ອື່ນ