ການນຳ ນາໂຕ ກະຕຸກຊຸກຍູ້ ຮຸງກາຣີ, ຕວັກກີ ໃຫ້ສັດຕະຍາບັນຖານະຕຳແໜ່ງສະມາຊິກຂອງ ຊູແອັດ

(VOVWORLD) - ຊູແອັດ ແລະ ແຝງລັງ ລ້ວນແຕ່ສົ່ງໃບຮ້ອງຂໍເຂົ້າເປັນສະມາຊິກ ນາໂຕ ໃນປີ 2022, ມີພຽງ ແຝງລັງ ໄດ້ຮັບເປັນສະມາຊິກໃນເດືອນ ເມສາ 2023.
ການນຳ ນາໂຕ ກະຕຸກຊຸກຍູ້ ຮຸງກາຣີ, ຕວັກກີ ໃຫ້ສັດຕະຍາບັນຖານະຕຳແໜ່ງສະມາຊິກຂອງ ຊູແອັດ - ảnh 1ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) Jens Stoltenberg
(ພາບ: AFP/TTXVN)

        ວັນທີ 28 ພະຈິກ, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) Jens Stoltenberg, ໄດ້ສະເໜີໃຫ້ ຮຸງກາຣີ ແລະ ຕວັກກີ ບໍ່ໂຈະເລື່ອງໃຫ້ສັດຕະຍາບັນຖານະເປັນສະມາຊິກຂອງ ຊູແອັດ ຕືື່ມອີກ.

        ຊູແອັດ ແລະ ແຝງລັງ ລ້ວນແຕ່ສົ່ງໃບຮ້ອງຂໍເຂົ້າເປັນສະມາຊິກ ນາໂຕ ໃນປີ 2022, ມີພຽງ ແຝງລັງ ໄດ້ຮັບເປັນສະມາຊິກໃນເດືອນ ເມສາ 2023. ຕາມຂໍ້ກຳນົດຂອງ ນາໂຕ ແລ້ວ, ເລື່ອງຮັບສະມາຊິກໃໝ່ຕ້ອງໄດ້ຮັບການຮັບຮອງຈາກ 31 ປະເທດສະມາຊິກ. ປະຈຸບັນ, ຕວັກກີ ແລະ ຮຸງກາຣີ ແມ່ນ 2 ປະເທດສະມາຊິກທີ່ຍັງເຫຼືອຂອງ ນາໂຕ ຍັງບໍ່ທັນໃຫ້ສັດຕະຍາບັນເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງອົງການນີ້.

        ວັນທີ 23 ຕຸລາ ຜ່ານມາ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan, ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດປະເທດນີ້ເອກະສານຂອງ ຊູແອັດ ຮ້ອງຂໍເຂົ້າເປັນສະມາຊິກ ນາໂຕ ຢ່າງເປັນທາງການ. ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ສະພາແຫ່ງຊາດ ຕວັກກີ ຍັງບໍ່ທັນແຈ້ງຈຸດເວລາລະອຽດໃນການປ່ອນບັດຕໍ່ບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ