ການ​ນຳ ພັກ, ລັດ​ຖະ​ບານ ຫວຽດ​ນາມ ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ອູ​ການ​ດາ

(VOVWORLD) -ໃນຕອນບ່າຍຂອງວັນດຽວກັນ (ວັນທີ 24 ພະຈິກ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Yoweri Museveni ປະທານາທິບໍດີ ອູການດາ, ປະທານພັກຂະບວນການຕໍ່ຕ້ານແຫ່ງຊາດ (NRM).
ການ​ນຳ ພັກ, ລັດ​ຖະ​ບານ ຫວຽດ​ນາມ ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ອູ​ການ​ດາ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Yoweri Museveni ປະທານາທິບໍດີ ອູການດາ, ປະທານພັກຂະບວນການຕໍ່ຕ້ານແຫ່ງຊາດ

ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການພົວພັນກັບບັນດາປະເທດ ອາຟະລິກາ ເວົ້າລວມ ແລະ ອູການດາ ເວົ້າສະເພາະ. ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງສອງປະເທດໃນທຸກຂົງເຂດຍັງໃຫຍ່ຫຼວງ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງ ເຈດຈຳນົງທາງການເມືອງ ແລະ ແຜນນະໂຍບາຍຂອງການນຳສອງປະເທດໃນການຊຸກຍູ້ການພົວພັນສອງຝ່າຍ.

        ສ່ວນທ່ານປະທານາທິບໍດີ  ອູການດາ Yoweri Museveni ຕີລາຄາສູງຕໍ່ການນຳພາຂອງພັກຄອມມູນິດ ຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ ພ້ອມທັງຢາກຊຸກຍູ້ການຮ່ວມືອັນດີງາມລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ. ສອງຝ່າຍເຫັນດີຍູ້ແຮງການພົວພັນສອງຝ່າຍໃຫ້ພັດທະນາຢ່າງມີປະສິດທິຜົນ, ແທດຈິງ, ນຳສາຍພົວພັນກ້າວເຂົ້າສູ່ໄລຍະພັດທະນາໃໝ່ ສົມກັບຄວາມມຸ່ງມາດປາດຖະໜາ ແລະ ຄວາມສາມາດບົ່ມຊ້ອນຂອງສອງປະເທດ.

ນຳກະສິກຳກາຍເປັນການຮ່ວມມືຈຸດສຸມລະຫວ່າງ ຫວຽດນາມ ແລະ ອູການດາ

ທີ່ການຕ້ອນຮັບທ່ານ Yoweri Kaguta Museveni ປະທານາທິບໍດີ ອູການດາ, ພວມຢ້ຽມຢາມ ຫວຽດນາມ, ຕອນບ່າຍວັນທີ 24 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ ຫວຽດນາມ ແລະ ອູການດາ ຄວນໃຫ້ບຸລິມະສິດຍູ້ແຮງການຮ່ວມມືດ້ານເສດຖະກິດ, ຍົກສູງວົງເງິນການຄ້າສອງຝ່າຍ, ສ້າງຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າປະເພດມີທ່າແຮງຂອງແຕ່ລະປະເທດ. ສອງຝ່າຍ ຄວນເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ເຊື່ອມຕໍ່ເພື່ອໃຫ້ສິນຄ້າຂອງແຕ່ລະປະເທດແຊກຊຶມເຂົ້າຕະຫລາດ ອາຟຼິກາຕາເວັນອອກ ແລະ ອາຊຽນ. ທ່ານນາຍົກລັດຖະມົນຕີ ສະເຫນີ ນຳກະສິກຳໃຫ້ກາຍເປັນການຮ່ວມມືຈຸດສຸມລະຫວ່າງສອງປະເທດ, ປະກອບສ່ວນຄ້ຳປະກັນດ້ານສະບຽງອາຫານແບບຍືນຍົງຢູ່ແຕ່ລະປະເທດ.

ການ​ນຳ ພັກ, ລັດ​ຖະ​ບານ ຫວຽດ​ນາມ ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ອູ​ການ​ດາ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Yoweri Kaguta Museveni ປະທານາທິບໍດີ ອູການດາ. (ພາບ: TTXVN)

ທ່ານ Yoweri Kaguta Museveni ປະທານາທິບໍດີ ອູການດາ ຢັ້ງຢືນ: ອູການດາ ຍາມໃດກໍ່ຖືການພົວພັນມິດຕະພາບອັນດີງາມກັບຫວຽດນາມ ເປັນສຳຄັນ, ເຫັນດີຢ່າງສູງຕໍ່ບັນດາມາດຕະການຍູ້ແຮງການຮ່ວມມືລະຫວ່າງສອງປະເທດໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍົກອອກມາ.

ຕອບກັບ

ຂ່າວ/ບົດ​ອື່ນ