ການ​ນຳ ລັດ​ເຊຍ ແລະ ຈີນ ເຈ​ລະ​ຈາ​ຜ່ານ​ທາງ​ໂທ​ລະ​ສັບ

(VOVWORLD) - ການນຳສອງທ່ານໄດ້ສະຫຼຸບການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຍຸດທະສາດໃນໄລຍະຜ່ານມາ ລະຫວ່າງສອງປະເທດ, ປຶກສາຫາລືກ່ຽວກັບສະພາບການ ຢູແກຼນ, ຕາເວັນອອກກາງ  ແລະ ບາງບັນຫາຮ່ວມມືລະຫວ່າງສອງປະເທດ.
ການ​ນຳ ລັດ​ເຊຍ ແລະ ຈີນ ເຈ​ລະ​ຈາ​ຜ່ານ​ທາງ​ໂທ​ລະ​ສັບ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ (ພາບ: Ria Novosti)

ວັນທີ 8 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ເຈລະຈາທາງໂທລະສັບກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ. ການນຳສອງທ່ານໄດ້ສະຫຼຸບການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຍຸດທະສາດໃນໄລຍະຜ່ານມາ ລະຫວ່າງສອງປະເທດ, ປຶກສາຫາລືກ່ຽວກັບສະພາບການ ຢູແກຼນ, ຕາເວັນອອກກາງ  ແລະ ບາງບັນຫາຮ່ວມມືລະຫວ່າງສອງປະເທດ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງສະຫະພັນ ລັດເຊຍ ແລະ ຈີນ ພວມຢູ່ໃນລະດັບສູງແບບບໍ່ເຄີຍມີມາກ່ອນ. ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຖືວ່າ ລັດເຊຍ ແລະ ຈີນ ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປ້ອງກັນຄວາມໝັ້ນຄົງ ແລະ ຄັດຄ້ານການແຊກແຊງຈາກພາຍນອກເຂົ້າວຽກງານພາຍໃນຂອງສອງປະເທດຢ່າງເດັດຂາດ. ການນຳສອງທ່ານກໍແລກປ່ຽນກ່ຽວກັບທັດສະນະຂອງຕົນຕໍ່ສະພາບການລະຫວ່າງ ຢູແກຼນ ແລະ ຕາເວັນອອກກາງ. ການນຳສອງທ່ານໄດ້ຢັ້ງຢືນວິທີສຳຜັດຂອງ ລັດເຊຍ ແລະ ຈີນ ທີ່ວ່າ ສະໜັບສະໜູນການນໍາໃຊ້ມາດຕະການດ້ານການເມືອງ ແລະ ການຕ່າງປະເທດ ສຳລັບບັນຫາ ປາແລັດສະຕິນ ທີ່ໄດ້ຮັບການຮອງຮອງຢ່າງກວ້າງຂວາງໃນຂອບເຂດສາກົນ.

ກໍໃນການເຈລະຈາທາງໂທລະສັບນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເນັ້ນໜັກເປັນພິເສດເຖິງການແລກປ່ຽນຢ່າງແໜ້ນແຟ້ນລະຫວ່າງສະຫະພັນ ລັດເຊຍ ແລະ ຈີນ ແມ່ນປັດໄຈສຳຄັນຕໍ່ສະຖຽນລະພາບຂອງໂລກ.

ທູຮ່າ, ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ