ການນຳ ສປປ. ລາວ ຕີລາຄາສູງການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດຫວຽດນາມ ແລະ ລາວ

(VOVWORLD) -ຕອນບ່າຍວັນທີ 02 ກໍລະກົດ ຢູ່ນະຄອນຫຼວງວຽງຈັນ, ສປປ.ລາວ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ເປັນຫົວໜ້າຄະນະ.
ການນຳ ສປປ. ລາວ ຕີລາຄາສູງການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດຫວຽດນາມ ແລະ ລາວ - ảnh 1ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານເລແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ເພື່ອເຂົ້າຮ່ວມ ກອງປະຊຸມວຽກງານຕຸລາການບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ຫວຽດນາມ - ລາວ ເປີດກວ້າງຄັ້ງທີ 4. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລແທ່ງລອງ ສະເໜີໃຫ້ ທ່ານນາຍົກລັດຖະມົນຕີລາວ ເອົາໃຈໃສ່, ຊີ້ນຳກະຊວງພາຍໃນ, ກະຊວງຍຸຕິທຳ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາແຂວງເຂດຊາຍແດນຂອງລາວ ທີ່ຕິດຈອດກັບຊາຍແດນຫວຽດນາມ ຍູ້ແຮງຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງ; ຕັ້ງໜ້າສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອປະຕິບັດການໃຫ້ສັນຊາດແກ່ຊາວລາວທີ່ພວມດຳລົງຊີວິດຢູ່ເຂດຊາຍແດນຂອງຫວຽດນາມ ແລະ ໃຫ້ຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ເຂດຊາຍແດນຂອງລາວ ເພື່ອແນ່ໃສ່ແກ້ໄຂບັນຫາອົບພະຍົບແບບເສລີ, ການສົມລົດໂດຍບໍ່ທັນໄດ້ຈົດທະບຽນ ໃນເຂດຊາຍແດນຫວຽດນາມ - ລາວ ໂດຍພື້ນຖານ, ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ປ້ອງກັນ, ຕ້ານ, ສະກັດກັ້ນການເຂົ້າເມືອງຄືນ ຫຼືອົບພະຍົບແບບເສລີໃໝ່.

        ທ່ານ ນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ເນັ້ນໜັກວ່າ ການຮ່ວມມືໃນວຽກງານຕຸລາການ ລະຫວ່າງສອງປະເທດມີບົດບາດສໍາຄັນທີ່ສຸດ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນວິວັດການປ້ອງກັນເສັ້ນຊາຍແດນຮ່ວມລະຫວ່າງສອງປະເທດ; ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ມີຄວາມສັນຕິພາບ, ສະຖຽນລະພາບ, ມີຄວາມສາມັກຄີ ແລະ ພ້້ອມກັນພັດທະນາ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີລາວ ຫວັງວ່າ ທີ່ກອງປະຊຸມ, ກະຊວງຍຸຕິທຳສອງປະເທດຈະຊອກຫາວິທີແກ້ໄຂບັນດາບັນຫາຄົງຄ້າງດັ່ງກ່າວໄດ້. ພ້ອມທັງມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຫວຽດນາມ ຈະສືບຕໍ່ໜູນຊ່ວຍກະຊວງຍຸຕິທຳລາວໃນວຽກງານການສ້າງກົດໝາຍ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ແລກປ່ຽນບົດຮຽນໃນການແກ້ໄຂຄະດີຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ