ການນຳ ສປປ ເກົາຫຼີ ໄປຕິດຕາມກວດກາເຫດຍິງລູກສອນໄຟຈາກກ່ຳປັ່ນດຳນ້ຳ

(VOVWORLD) - ໜັງສືພິມ Rodong Sinmun ແລ້ວ, ວັນທີ 28 ມັງກອນ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຍຸດທະສາດ “Pulhwasal – 3 -31” ຈາກກ່ຳປັ່ນດຳນ້ຳ.
ການນຳ ສປປ ເກົາຫຼີ ໄປຕິດຕາມກວດກາເຫດຍິງລູກສອນໄຟຈາກກ່ຳປັ່ນດຳນ້ຳ - ảnh 1ການນຳ ສປປ ເກົາຫຼີ ຕິດຕາມການຍິງ “Malligyong-1”
(ພາບ: Yonhap/TTXVN)

ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານ ສປປ ເກົາຫຼີ ສະບັບອອກວັນທີ 29 ມັງກອນ ໄດ້ໃຫ້ຂ່າວກ່ຽວກັບເລື່ອງການນຳ Kim Jong – un ໄດ້ໄປຕິດຕາມກວດກາການຍິງລູກສອນໄຟນຳວິຖີຈາກກ່ຳປັ່ນດຳນ້ຳ ແລະ ໂຄງການປະດິດສ້າງກ່ຳປັ່ນດຳນ້ຳ ນິວເຄຼຍ ຂອງພຽງຢາງ.

        ຕາມ ໜັງສືພິມ Rodong Sinmun ແລ້ວ, ວັນທີ 28 ມັງກອນ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຍຸດທະສາດ “Pulhwasal – 3 -31” ຈາກກ່ຳປັ່ນດຳນ້ຳ. ລູກສອນໄຟໄດ້ຍິງຖືກບັນດາເປົ້າໝາຍຢູ່ເກາະແຫ່ງໜຶ່ງ ໃນເຂດທະເລທາງທິດຕາເວັນອອກຂອງ ສປປ ເກົາຫຼີ. ແຕ່ເຖິງຢ່າງໃດກໍ່ຕາມ, ໜັງສືພິມ Rodong Sinmun ບໍ່ແຈ້ງໃຫ້ຊາບລາຍລະອຽດກ່ຽວກັບເຫດຍິງລູກສອນໄຟນີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ