ການ​ນຳ ​ສ​ປ​ປ.ເກົາຫຼີ​ ປະ​ຕິ​ເສດ​ຄຳ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂ​ັ້ນ​ສູງ​​ພິ​ເສດ ລະ​ຫວ່າງ ສ.ເກົາຫຼີ - ອາ​ຊຽນ

(VOVWORLD) - ໃນວັນທີ 21 ພະຈິກ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ທ່ານ Kim Jong-un ການນຳປະເທດນີ້ ຈະບໍ່ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ, ເຊິ່ງຄາດວ່າຈະດຳເນີນໃນອາທິດຈະມາເຖິງ, ຕາມຄຳເຊື້ອເຊີນຂອງທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ.
ການ​ນຳ ​ສ​ປ​ປ.ເກົາຫຼີ​ ປະ​ຕິ​ເສດ​ຄຳ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂ​ັ້ນ​ສູງ​​ພິ​ເສດ ລະ​ຫວ່າງ ສ.ເກົາຫຼີ - ອາ​ຊຽນ - ảnh 1ການນຳ ສປປ.ເກົາຫຼີ Kim Jong-un ປະຕິເສດຄຳເຊີນເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ລະຫວ່າງ ສ.ເກົາຫຼີ - ອາຊຽນ (ພາບ: Getty)

ຕາມ ສຳນັກຂ່າວສານ KCNA, ວັນທີ 5 ພະຈິກ ທີ່ຜ່ານມາ, ໃນນາມສ່ວນຕົວ ທ່ານ Moon Jae-in ໄດ້ສົ່ງຈົດໝາຍເຊີນທ່ານການນຳ Kim Jong- un ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດລະຫວ່າງ ສ.ເກົາຫຼີ - ອາຊຽນຈັດຂ້ຶນລະຫວ່າງວັນທີ 25 – 26 ພະຈິກ ຢູ່ນະຄອນທ່າກ່ຳປັ່ນ Busan, ທາງທິດຕາເວັນອອກສ່ຽງໃຕ້ ສ.ເກົາຫຼີ. ທ່ານ Moon ກໍ່ເປີດໂອກາດວ່າ ຈະເຊີນຄະນະຜູ້ແທນ ສປປ.ເກົາຫຼີເຂົ້າຮ່ວມຖ້າຫາກວ່າ ທ່ານ Kim Jong-un ບໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ