ການ​ນຳ ສ​ປ​ປ.ເກົາຫຼີ ລົງ​ກວດ​ກາ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໃໝ່

(VOVWORLD) - ການນຳປະເທດນີ້ ທ່ານ Kim Jong – un ໄດ້ລົງກວດກາລູກສອນໄຟໜ້າດິນຮອບໃໝ່ ແລະ ອອກຄຳສັ່ງຈັດແບ່ງການປ້ອງກັນບໍລິເວນໃກ້ເຂດຊາຍແດນທະເລທາງທິດຕາເວັນຕົກຢ່າງແໜ້ນແຟ້ນກວ່າ.
ການ​ນຳ ສ​ປ​ປ.ເກົາຫຼີ ລົງ​ກວດ​ກາ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໃໝ່ - ảnh 1ການນຳປະເທດນີ້ ທ່ານ Kim Jong – un ລົງກວດກາລູກສອນໄຟໜ້າດິນຮອບໃໝ່ (ພາບ: Yonhap/TTXVN)

ຕອນເຊົ້າວັນທີ 15 ກຸມພາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນຳປະເທດນີ້ ທ່ານ Kim Jong – un ໄດ້ລົງກວດກາລູກສອນໄຟໜ້າດິນຮອບໃໝ່ ແລະ ອອກຄຳສັ່ງຈັດແບ່ງການປ້ອງກັນບໍລິເວນໃກ້ເຂດຊາຍແດນທະເລທາງທິດຕາເວັນຕົກຢ່າງແໜ້ນແຟ້ນກວ່າ. ຕາມ KCNA ແລ້ວ, ພຽງຢາງ ໄດ້ຍິງທົດລອງລູກສອນໄຟໃໝ່ ດ້ວຍຊື່ເອີ້ນວ່າ Padasuri – 6 ໃນວັນທີ 14 ກຸມພາ. ລູກສອນໄຟໄດ້ຍິງຖືກເປົ້າໝາຍພາຍຫຼັງບິນຜ່ານເຂດທະເລຢູ່ທາງທິດຕາເວັນອອກແຫຼມເກົາຫຼີ. ເຖິງຢ່າງໃດກໍຕາມ, KCNA ບໍ່ໄດ້ເຜີຍຂໍ້ມູນລະອຽດອື່ນອີກ.  

        ກ່ອນໜ້ານັ້ນ, ວັນທີ 14 ກຸມພາ, ຫົວໜ້າສະພາເສນາທິການປະຫານປະສົມ (JCS) ສ.ເກົາຫຼີ  ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີອອກນອກຝັ້ງທະເລ ທາງທິດຕາເວັນຕົກ.

        ນີ້ແມ່ນຄັ້ງທີ 5 ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ ນັບແຕ່ຕົ້ນປີມາຮອດປັດຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ