ການນຳ ສປປ.ເກົາຫຼີ ເຂົ້າຮ່ວມລາຍການສະແດງສິລະປະຂອງກອງສິລະປະກອນ ສ.ເກົາຫຼີ

(VOVWORLD) - ວັນທີ 1 ເມສາ, ການນຳ ສປປ.ເກົາຫຼີ Kim Jong-un ແລະ ພັນລະຍາໄດ້ເຂົ້າຮ່ວມລາຍການສະແດງສິລະປະຄັ້ງທຳອິດຂອງບັນດານັກສິລະປະ ສ.ເກົາຫຼີ ຢູ່ ພຽງຢາງ ໃນກ່ວາ 1 ທົດສະວັດຜ່ານມາ.
ການນຳ ສປປ.ເກົາຫຼີ ເຂົ້າຮ່ວມລາຍການສະແດງສິລະປະຂອງກອງສິລະປະກອນ ສ.ເກົາຫຼີ - ảnh 1 ການນຳ ສປປ.ເກົາຫຼີ Kim Jong-un ແລະ ພັນລະຍາ (ພາບປະກອບ/EPA)

ການຢ້ຽມຢາມ ພຽງຢາງ ຂອງກອງສິລະປະກອນ ສ.ເກົາຫຼີ ແມ່ນການກະທຳຫຼ້າສຸດຂອງການໄກ່ເກຍປອງດອງລະຫວ່າງ 2 ພາກເກົາຫຼີ ພາຍຫລັງເຫດການຄະນະນັກກິລາ ສປປ.ເກົາຫຼີ ເຂົ້າຮ່ວມ Olympic ລະດູໜາວ PyeongChang 2018 ຢູ່ ສ.ເກົາຫຼີ.

        ຄະນະນັກສິລະປະກອນລວມມີ 186 ຄົນ ໃນນັ້ນມີບັນດານັກຮ້ອງທີ່ມີຊື່ສຽງ, ນັກມວຍ tarkwondo ພ້ອມດ້ວຍບັນດາເຈົ້າໜ້າທີ່ລັດຖະບານ ແລະ ນັກຂ່າວຂອງ ສ.ເກົາຫຼີ ໄດ້ມາ ພຽງຢາງ ເພື່ອເຂົ້າຮ່ວມສະແດງລາຍການດົນຕີທີ່ມີຊື່ວ່າ “ລະດູບານໃໝ່ວຽນມາ”. ກອງສິລະປະກອນຂອງ ສ.ເກົາຫຼີ ເຄີຍສະແດງຢູ່ ສປປ.ເກົາຫຼີ ເມື່ອເດືອນ ພະຈິກ ປີ 2007. 2 ພາກ ເກົາຫຼີ ພວມຊຸກຍູ້ບັນຍາກາດໄກ່ເກຍປອງດອງ ກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຊຶ່ງຄາດວ່າ ຈະຈັດຕັ້ງໃນວັນທີ 27 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ