​ການ​ນຳ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສິງກ​ະ​ໂປ Halimah Yacob

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ພ້ອມດ້ວຍສາມີ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສິງກະໂປ ມາຢ້ຽມຢາມ ລັດຖະກິດ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 16 ຫາວັນທີ 20 ຕຸລາ 2022.
​ການ​ນຳ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສິງກ​ະ​ໂປ Halimah Yacob - ảnh 1ພິທີຕ້ອນຮັບຢ່າງເປັນທາງການຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ

ຕອນເຊົ້າວັນທີ 17 ຕຸລາ, ພິທີຕ້ອນຮັບຢ່າງເປັນທາງການຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ. ພາຍຫຼັງພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສິງກະໂປ Halimah Yacob ນຳພາຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ.

​ການ​ນຳ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສິງກ​ະ​ໂປ Halimah Yacob - ảnh 2ການພົບປະເຈລະຈາລະຫວ່າງສອງຝ່າຍ

ນະທີ່ນີ້, ການນຳສອງທ່ານສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງ, ຂະຫຍັນຂັນເຄື່ອນໃນການພົວພັນລະຫວ່າງສອງຝ່າຍ, ໂດຍສະເພາະແມ່ນກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ແລະ ເຫັນດີນຳກັນວ່າ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາປະສິດທິຜົນຂອງກົນໄກຮ່ວມມືຈຸດສຸມ ໃນບັນດາຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງວິສາຫະກິດ; ສົມທົບກັນຜັນຂະຫຍາຍປະຕິບັດກິດຈະກຳຕ່າງໆໃຫ້ເປັນຢ່າງດີ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023. ພ້ອມດຽວກັນນັ້ນ, ສອງຝ່າຍກໍເຫັນດີຄົ້ນຄວ້າການສ້າງ “ສາຍພົວພັນຄູ່ຮ່ວມມືຍຸດທະສາດເສດຖະກິດີຈີຕອນ - ເສດຖະກິດສີຂຽວ ຫວຽດນາມ - ສິງກະໂປ” ໃນໄລຍະຈະມາເຖິງ.

​ການ​ນຳ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສິງກ​ະ​ໂປ Halimah Yacob - ảnh 3ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງ Halimah Yacob ປະທານາທິບໍດີສິງກະໂປ (ພາບ: TTXVN)

   ໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາງ Halimah Yacob ປະທານາທິບໍດີສິງກະໂປ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ຖືການຍພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ ເປັນສຳຄັນທີ່ສຸດ ແລະ ສະເໜີໃຫ້ສອງປະເທດ ເສີມຂະຫຍາຍປະສິດທິຜົນ, ການຮ່ວມມືທີ່ມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງ ຜ່ານການເພີ່ມທະວີການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ຄະນະຜູ້ແທນທຸກຂັ້ນຜ່ານທຸກຊ່ອງທາງ; ຍົກສູງປະສິດທິຜົນການຮ່ວມມືດ້ານການຄ້າ, ການລົງທຶນ, ສ້າງເງື່ອນໄຂແກ່ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍມອບໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ສົມທົບກັບຄູ່ຮ່ວມມືຂອງສິງກະໂປ ຢ່າງແໜ້ນແຟ້ນ ເພື່ອຫັນຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການຢ້ຽມຢາມແຕ່ລະຄັ້ງຂອງທ່ານນາງປະທານາທິບໍດີ ປະກົດຜົນເປັນຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

​ການ​ນຳ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສິງກ​ະ​ໂປ Halimah Yacob - ảnh 4ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໃຫ້ການຕ້ອນຮັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob (ພາບ: TTXVN)

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໃຫ້ການຕ້ອນຮັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ເຊັ່ນດຽວກັນ. ເມື່ອແລກປ່ຽນກ່ຽວກັບບັນຫາຂອງພາກພື້ນ ແລະ ສາກົນ, ການນຳສອງທ່ານເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັກສາຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນ ກໍຄືການຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ.

  ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍໄດ້ໃຫ້ການຕ້ອນຮັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ