ການນຳ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ

ການນຳ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ Yasuaki Tanizaki
(Trí Dũng/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 18/9, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ Yasuaki Tanizaki ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກວ່າ 2 ປະ​ເທດ ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ​ຮັບດຳລົງ​ຕຳ​ແໜ່​ງຢູ່ ຫວຽດນາມ, ​ໄດ້​ປະຕິບັດ​ໜ້າ​ທີ່​ສຳຄັນ​ແມ່ນ​ຜັນ​ຂະຫຍາຍ​ການ​ປະຕິບັດການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ທຸກໆ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ..​. ຊຸມ​ປີຜ່ານມາ, ​ແຫຼ່ງທຶນ ODA ຂອງ ຍີ່ປຸ່ນ ສະ​ຫງວນ​ໃຫ້​ແກ່ ຫວຽດນາມ ​ໄດ້​ປະກອບ​ສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ.

    ທ່ານເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ Yasuaki Tanizaki ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ລັດຖະບານ ຍີ່ປຸ່ນ ກໍ່​ຄື​ບັນດາ​ພັກ​ການ​ເມືອງຢູ່ ຍີ່ປຸ່ນ ລ້ວນ​ແຕ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບ ຫວຽດນາມ, ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຍັງ​ໃຫຍ່​ຫຼວງ​ຢູ່. ​ເມື່ອ​ກັບ​ເມືອ​ປະ​ເທດ, ​ເຖິງ​ວ່າຈະ​ດຳລົງ​ຕຳ​ແໜ່​ງໃດ, ທ່ານ​ກໍ່​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສືບ​ຕໍ່​ປະກອບ​ສ່ວນ​ເຂົ້າ​ໃນ​ກາ​ນຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທ​ດ​ໃຫ້ພັດທະນາ​ຂຶ້ນ​ຢູ່​ລະດັບ​ສູງ​ໃໝ່​ໃນ​ອະນາຄົດ​.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ ​ໄດ້​ໃຫ້ການ​ຕ້ອນ​ຮັບ​ເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ Yasuaki Tanizaki. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ຕັ້ງໜ້າ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ​ແລະ ​​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ​ໃນການ​ສ້າງ​ກົດໝາຍ ​ແລະ ຫວັງ​ວ່າ, ​ເຖິງ​ວ່າ​ຢູ່​ໃນ​ຖານະ​ຕຳ​ແໜ່​ງ​ໃດ​ທ່ານເອກ​ອັກຄະ​ລັດຖະທູ​ດ Yasuaki Tanizaki ກໍ່​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

    ສ່ວນທ່ານເອກ​ອັກຄະ​ລັດຖະທູ​ດ ຍີ່ປຸ່ນ Yasuaki Tanizaki ກໍ່​ຢືນຢັນ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ຮ່ວມ​ມື​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຫວັງ​ວ່າ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ໂຄງການ​ຂອງ​ຍີ່ປຸ່ນ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ

ຂ່າວ/ບົດ​ອື່ນ