ການນຳ ຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ເຖິງການນຳ ລາວ ແລະ ກຳປູເຈຍ

(VOVWORLD) - ບັນດາການນຳ ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ກະເຊົ້າດອກໄມ້ເຖິງບັນດາການນຳ ລາວ ແລະ ກຳປູເຈຍ.
ການນຳ ຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ເຖິງການນຳ ລາວ ແລະ ກຳປູເຈຍ - ảnh 1ບຸນປີໃໝ່ຂອງ ລາວ
(ພາບ: baophapluat.vn)

        ເນື່ອງໃນໂອກາດບຸນປີໃໝ່ຂອງປະເທດ ສປປ ລາວ ແລະ ບຸນປີໃໝ່ Chol Chhnam Thmey ຂອງລາຊະອານາຈັກ ກຳປູເຈຍ, ບັນດາການນຳ ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ກະເຊົ້າດອກໄມ້ເຖິງບັນດາການນຳ ລາວ ແລະ ກຳປູເຈຍ.

        ໃນຈົດໝາຍສົ່ງເຖິງບັນດາການນຳ ລາວ, ບັນດາການນຳ ຫວຽດນາມ ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ, ປະເທດ ລາວ ອ້າຍນ້ອງ ຈະແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ, ແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ຢ່າງມີໄຊ, ຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງກວ່າອີກໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

        ໃນຈົດໝາຍສົ່ງເຖິງການນຳລາຊະອານາຈັກ ກຳປູເຈຍ, ການນຳ ຫວຽດນາມ ອວຍພອນໃຫ້ປະເທດ ແລະ ປະຊາຊົນ ກຳປູເຈຍ ຕ້ອນຮັບບຸນເຕັດ Chol Chhnam Thmey 2024 ດ້ວຍຄວາມເບີກບານມ່ວນຊື່ນ ແລະ ໄດ້ຮັບຜົນງານຫຼາຍຢ່າງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ