ການ​ນຳ ຫວຽດ​ນາມ ແລະ ໂອ​ຕາ​ລິດເຫັນ​ດີ​ເປັນ​ເອ​ກະ​ພາບຫຼາຍ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມມື​ສອງ​ຝ່າຍ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ຮູ້ວ່າ ໂອຕາລິດ ຍາມໃດກໍ່ນອນໃນກຸ່ມ 10 ຕະຫຼາດສົ່ງອອກແຖວໜ້າຂອງ ຫວຽດນາມ ຢູ່ເອີລົບ, ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າສຳຄັນຂອງ ໂອຕາລິດຢູ່ອາຊີຕາເວັນອອກສ່ຽງໃຕ້.
ການ​ນຳ ຫວຽດ​ນາມ ແລະ ໂອ​ຕາ​ລິດເຫັນ​ດີ​ເປັນ​ເອ​ກະ​ພາບຫຼາຍ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມມື​ສອງ​ຝ່າຍ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen

ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນພາຍຫຼັງການເຈລະຈາທີ່ໄດ້ດຳເນີນໃນວັນທີ 24 ກໍລະກົດ, ຢູ່ວຽນນາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ໃຫ້ຮູ້ວ່າ ການນຳສອງທ່ານໄດ້ມີການເຈລະຈາສຳເລັດຜົນ ທີ່ສຸດ, ເຫັນດີເປັນເອກະພາບໄດ້ຫຼາຍມາດຕະການຊຸກຍູ້, ພັດທະນາການຮ່ວມມືສອງຝ່າຍ ຢ່າງແຮງໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ຮູ້ວ່າ ໂອຕາລິດ ຍາມໃດກໍ່ນອນໃນກຸ່ມ 10 ຕະຫຼາດສົ່ງອອກແຖວໜ້າຂອງ ຫວຽດນາມ ຢູ່ເອີລົບ, ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າສຳຄັນຂອງ ໂອຕາລິດຢູ່ອາຊີຕາເວັນອອກສ່ຽງໃຕ້. ການຮ່ວມມືໃນບັນດາຂົງເຂດຄື ວັດທະນະທຳ, ການສຶກສາ, ວິທະຍາສາດ - ອຸດສາຫະກຳ… ກໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ. ທ່ານກ່າວວ່າ:

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມໂອຕາລິດຄັ້ງນີ້ຈະສ້າງກຳລັງໜູນໃໝ່, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ, ສ້າງພື້ນຖານເພື່ອສ້າງການພົວພັນລະຫວ່າງ ຫວຽດນາມ ແລະ ໂອຕາລິດ ໃຫ້ພັດທະນາຢ່າງແຮງກ່ວາອີກໃນອະນາຄົດ. ທ່ານປະທານາທິບໍດີ Alexander Van der Bellen ແລະ ຂ້າພະເຈົ້າໄດ້ເຫັນດີເປັນເອກະພາບຫຼາຍມາດຕະການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ໂອຕາລິດຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ, ໃນທຸກຂົງເຂດ.

ສ່ວນທ່ານປະທານາທິບໍດີ Alexander Van der Bellen  ໄດ້ຕີລາຄາສູງ ເລື່ອງທ່ານປະທານປະເທດ ຫວໍວັນເຖືອງເລືອກເອົາ ໂອຕາລິດແມ່ນປະເທດເອີລົບທຳອິດໄປຢ້ຽມຢາມໃນຖານະຕຳແໜ່ງໃໝ່. ທ່ານປະທານາທິບໍດີ ໃຫ້ຮູ້ວ່າ ຫວຽດນາມ ແລະ ໂອຕາລິດຍັງມີ ຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງໃນການຮ່ວມມືລະຫວ່າງສອງປະເທດ.    

ຕອບກັບ

ຂ່າວ/ບົດ​ອື່ນ