ການນຳ ອິດສະຣາແອນ ແລະ ລັດເຊຍ ຈະປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ

(VOVWORLD) - ທ່ານນາຍົກລັດຖະມົນຕີ Netanyahu ມີການຢ້ຽມຢາມ ລັດເຊຍ ໃນວັນທີ 23 ສິງຫາ ຈະມາເຖິງ

ການນຳ ອິດສະຣາແອນ ແລະ ລັດເຊຍ ຈະປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ - ảnh 1

ທ່ານນາຍົກລັດຖະມົນຕີ Netanyahu 

(ພາບ: EPA/TTXVN)

ວັນທີ 19 ສິງຫາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ປະກາດວ່າ: ທ່ານນາຍົກລັດຖະມົນຕີ Netanyahu ມີການຢ້ຽມຢາມ ລັດເຊຍ ໃນວັນທີ 23 ສິງຫາ ຈະມາເຖິງ. ຄາດວ່າ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ ຈະພົບປະກັບທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Sochi, ໃນນັ້ນ ຫົວຂໍ້ຂອງການປຶກສາຫາລືຕົ້ນຕໍຈະແມ່ນວິກິດການຢູ່ ຊີຣີ ໃນປະຈຸບັນ. ຕາມແຈ້ງຂ່າວ ແລ້ວ, ຄາດວ່າ ການນຳ 2 ທ່ານຈະປຶກສາຫາລື ກ່ຽວກັບບັນຫາ ຕາເວັນອອກກາງ, ໃນນັ້ນມີວິກິດການຢູ່ ຊີຣີ. ອິດສະຣາແອນ ພວມມີຄວາມວິຕົກວັງວົນກ່ຽວກັບເລື່ອງ ອີຣານ ຊອກຫາວີທີ ສ້າງຕັ້ງການມີໜ້າດ້ານການທະຫານຍາວນານຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ