ການນຳ ອີຕາລີ ໂຮມປະຊຸມແກ້ໄຂວິກິດການການເມືອງ

ການນຳ ອີຕາລີ ໂຮມປະຊຸມແກ້ໄຂວິກິດການການເມືອງ - ảnh 1
ທ່ານ​ປະທານາທິບໍດີ ອີ​ຕາ​ລີ Giorgio Napolitano (ຊ້າຍ) ​ແລະ ທ່ານ​ນາຍົກລັດຖະມົນຕີ Enrico Letta (ຂວາ)
(ພາບ: laperfettaletizia.com)

(vovworld) - ທ່ານ​ປະທານາທິບໍດີ ອີ​ຕາ​ລີ Giorgio Napolitano ​ແລະ ທ່ານ​ນາຍົກລັດຖະມົນຕີ Enrico Letta ​​ໄດ້​ຈັດກອງ​ປະຊຸມ​ເມື່ອ​ວັນ​ທີ 29/9 ເພື່ອ​ແນ​ໃສ່​ຊອກ​ຫາ​ວິທີແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ໃໝ່​ຢູ່​ປະ​ເທດ​ນີ້ ພາຍຫຼັງທີ່​ພັກ​ປະຊາຊົນ​ເສລີ (PDL) ​ຝ່າຍ​ກາງຊ້າຍຂອງ​ທ່ານ​ອະ​ດິດນາຍົກລັດຖະມົນຕີ Silvio Berlusconi ຕັດສິນ​ໃຈ​ຖອນ​ລັດຖະມົນຕີ 5 ທ່ານ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ລັດຖະບານ​ພັນທະ​ມິດ. ທ່ານ​ປະທານາທິບໍດີ Giorgio Napolitano ​ເວົ້າວ່າ: ບັນດາ​ຄຳ​ເຫັນສະ​ແດງ​ທັດສະນະ​ຕ່າງ​ກັນ​ຂອງ​ບັນດາ​ນັກ​ການ​ເມືອງຝ່າຍ​ກາງຊ້າຍ ກໍ່​ຄວາມ​ສັບສົນ​ດ້ານ​ການ​ເມືອງ. ດັ່ງ​ນັ້ນ, ທ່າ​ນນາຍົກລັດຖະມົນຕີ Enrico Letta ຈະ​ຕ້ອງ​ອະພິປາຍ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕີ​ລາຄາ​ຂອງ​ທ່ານທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ກໍ່​ຄື​ບັນດາ​ມາດ​ຕະການ​ຕ້ອງ​ປະຕິບັດ. ບັນດາ​ນັກ​ໄຈ້​ແຍກ​ຖື​ວ່າ: ປະຈຸ​ບັນ, ທ່ານ​ນາຍົກລັດຖະມົນຕີ Enrico Letta ອາດ​ຈະ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ໂດຍ​ອີງ​​ໃສ່​ການ​ສະໜັບສະໜູນ​ຂອງ​ບັນດາ​ສະມາຊິກ​ຝ່າຍ​ກາງຊ້າຍ​ແຍກ​ຕົວ​ອອກ ​ແລະ ບັນດາ​ກຸ່ມ​ຝ່າຍຂວາ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລັດຖະບານ​ຝ່າຍ​ຂວາໃໝ່​ພັດ​ບໍ່​ມີ​ກາລະ​ໂອກາດ​ເພື່ອ​ເຄື່ອນ​ໄຫວ. ທ່ານ​ປະທານາທິບໍດີ Giorgio Napolitano  ​ໃຫ້​ຮູ້​ພຽງ​ແຕ່: ຍຸບ​ເລິກ​ສະພາ​ແຫ່ງ​ຊາດ​ ​ແລະ ຮຽກຮ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ໃໝ່​ໃນ​ກໍ​ລະນີບໍ່​ມີ​ມາດ​ຕະການ​​ແກ້​ໄຂອື່ນ.

 

ຂ່າວ/ບົດ​ອື່ນ