ການນຳ ອີຢູ ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງຟື້ນຟູຫລັງໂຄວິດ-19 ໂດຍໄວ

(VOVWORLD) - ວັນທີ 20 ກໍລະກົດ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ສະແດງຄວາມປາດຖະໜາຢາກໃຫ້ບັນດາປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ວ່າ ສຸດທ້າຍຈະບັນລຸໄດ້ຂໍ້ຕົກລົງວ່າດ້ວຍແຜນການຟື້ນຟູເສດຖະກິດຫລັງໂລກລະບາດໂຄວິດ-19. 
ການນຳ ອີຢູ ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງຟື້ນຟູຫລັງໂຄວິດ-19 ໂດຍໄວ - ảnh 1ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: AFP/TTXVN)

ປັດຈຸບັນ, ການນຳບັນດາປະເທດ ພວມກ້າວເຂົ້າສູ່ມື້ເຮັດວຽກທີ 4 ຂອງກອງປະຊຸມສຸດຍອດຢູ່ ບຣຸກແຊນ (ແບນຊິກ). ທ່ານປະທານາທິບໍດີ ຝຣັ່ງ Macron ໃຫ້ຮູ້ວ່າ: ບັນດາກອງປະຊຸມປຶກສາຫາລືເຄັ່ງຕຶງໄດ້ຮັບການເຊື່ອມຕໍ່ຄືນໃໝ່ “ດ້ວຍຄວາມປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງ”. ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Merkel ໄດ້ຢັ້ງຢືນວ່າ ການນຳບັນດາປະເທດ ໄດ້ສ້າງແຜນຮ່າງໃຫ້ແກ່ຂໍ້ຕົກລົງສະບັບເປັນໄປໄດ້, ທ່ານນາງໃຫ້ຂໍ້ສັງເກດວ່າ ນີ້ແມ່ນບາດກ້າວເດີນດີພໍສົນຄວນ ແລະ ນຳມາເຊິ່ງຄວາມມຸ່ງຫວັງໃນມື້ເຮັດວຽກນີ້, ບັນດາການນຳອາດຈະບັນລຸໄດ້ຂໍ້ຕົກລົງສະບັບສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ