ການນຳ ອາຣັບບີ ຊາອຸດິດ, ຕວກກີ ປຶກສາຫາລືກ່ຽວກັບສະພາບການຢູ່ Jerusalem

(VOVWORLD) - ວັນທີ 27 ທັນວາ, ທີ່ການພົບປະຂັ້ນສູງຄັ້ງທຳອິດ ນັບແຕ່ເມື່ອ ອາເມລິກາ ຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະຣາແອັນ, ພະມະຫາກະສັດ ອາຣັບບີ ຊາອຸດິດ Salman ແລະ ທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim ໄດ້ປຶກສາຫາລືກ່ຽວກັບບັນຫາ Jerusalem ກໍ່ຄືການພົວພັນ 2 ຝ່າຍ.
ການນຳ ອາຣັບບີ ຊາອຸດິດ, ຕວກກີ ປຶກສາຫາລືກ່ຽວກັບສະພາບການຢູ່ Jerusalem - ảnh 1ທ່ານນາຍົກລັດຖະມົນຕີ Binali Yildirim (ພາບ: AFP/TTXVN)

ພະມະຫາກະສັດ Salman ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ Binali Yildirim ຢູ່ນະຄອນຫລວງ Riyadh ແລະ ປຶກສາຫາລືກ່ຽວກັບ “ຄວາມໝາຍຂອງເລື່ອງຊຸກຍູ້ການພົວພັນ 2 ຝ່າຍ ກໍ່ຄືບັນດາການຜັນແປຢູ່ພາກພື້ນ”.

ໃນຂະນະນັ້ນ, ຖະແຫຼງການຈາກຫ້ອງວ່າການນາຍົກລັດຖະມົນຕີ Binali Yildirim ຢູ່ ອານກາຣາ ໃຫ້ຮູ້ວ່າ: ການພົບປະໄດ້ປຶກສາຫາລືສະພາບການຂອງ Jerusalem ແລະ ເລື່ອງໜູນຊ່ວຍ ປາແລັດສະຕິນ. ຖະແຫຼງການໄດ້ຄັດຄຳເວົ້າຂອງທ່ານ Binali Yildirim ໂດຍໃຫ້ຮູ້ວ່າ: 2 ຝ່າຍໄດ້ “ເນັ້ນໜັກເຖິງຄວາມສຳຄັນຂອງກົດລະບຽບ Jerusalem” ພ້ອມທັງຢືນຢັນວ່າ “ອິດສະລາມໃນໂລກທັງໝົດ ຄວນສາມັກຄີກັນກະທຳ ເພື່ອປົກປັກຮັກສາສິດຂອງ ອ້າຍນ້ອງ ປາແລັດສະຕິນ”. ພ້ອມກັນນັ້ນ ການນຳ 2 ທ່ານກໍ່ປຶກສາຫາລືກ່ຽວກັບການພົວພັນ 2 ຝ່າຍ. ທ່ານ Binali Yildirim ໃຫ້ຂໍ້ສັງເກດວ່າ ອາຣັບບີ ຊາອຸດິດ ແມ່ນ “ໜຶ່ງໃນບັນດາປະເທດສຳຄັນທີ່ສຸດໃນເຂດອ່າວ ເປີເຊຍ ກໍ່ຄືພາກພື້ນຕາເວັນອອກກາງ”.

 

ຕອບກັບ

ຂ່າວ/ບົດ​ອື່ນ