ການ​ນຳ ອາ​ເມ​ລິ​ກາ, ຈີນ ເຈ​ລ​ະ​ຈາ​ທາງ​ໂທ​ລະ​ສັບ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ສຳ​ຄັນ

(VOVWORLD) - ສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນຕໍ່ການພົວພັນສອງຝ່າຍ ແລະ ຫຼາຍບັນຫາພາກພື້ນ ແລະ ທົ່ວໂລກ, ພ້ອມທັງມອບໜ້າທີ່ໃຫ້ກຸ່ມສະເພາະກິດ ຮັບຜິດຊອບສືບຕໍ່ສົມທົບໃນເນື້ອໃນປຶກສາຫາລື, ພິເສດແມ່ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະຄວາມໝັ້ນຄົງທາງສາທາລະນະສຸກ. 
ການ​ນຳ ອາ​ເມ​ລິ​ກາ, ຈີນ ເຈ​ລ​ະ​ຈາ​ທາງ​ໂທ​ລະ​ສັບ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ສຳ​ຄັນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: TTXVN)

        ວັນທີ 28 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ດຳເນີນການເຈລະຈາທາງໂທລະສັບ. ນີ້ແມ່ນການເຈລະຈາຄັ້ງທີ 5 ລະຫວ່າງ ການນຳອາເມລິກາ - ຈີນ, ດຳເນີນໃນສະພາບທີ່ການພົວພັນລະຫວ່າງສອງປະເທດມະຫາອຳນາດກຳລັງສືບຕໍ່ເຄັ່ງຕຶງໃນຫຼາຍບັນຫາ, ນັບແຕ່ເສດຖະກິດ, ການຄ້າຈົນຮອດການເມືອງ.

        ສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນຕໍ່ການພົວພັນສອງຝ່າຍ ແລະ ຫຼາຍບັນຫາພາກພື້ນ ແລະ ທົ່ວໂລກ, ພ້ອມທັງມອບໜ້າທີ່ໃຫ້ກຸ່ມສະເພາະກິດ ຮັບຜິດຊອບສືບຕໍ່ສົມທົບໃນເນື້ອໃນປຶກສາຫາລື, ພິເສດແມ່ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະຄວາມໝັ້ນຄົງທາງສາທາລະນະສຸກ. ທ່ານປະທານາທິບໍດີ ອາເມລິກາ Joe Biden ເນັ້ນໜັກວ່າ ອາເມລິກາບໍປ່ຽນແປງນະໂຍບາຍຕໍ່ໄທເປ (ຈີນ) ແລະ ຄັດຄ້ານຢ່າງແຮງຕໍ່ຄວາມມານະພະຍາຍາມພຽງຝ່າຍດຽວແນໃສ່ປ່ຽນແປງສະພາບການ ແລະ ກີດຂວາງສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບທະເລໄທເປ (ຈີນ). ສອງຝ່າຍຄວນສົມທົບກັນເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາມຈຸດຮ້ອນເຮັງໃນພາກພື້ນ, ຊ່ວຍດັບມອດພະຍາດໂຄວິດ - 19 ໃນໂລກໃຫ້ໄວເທົ່າທີ່ສາມາດເຮັດໄດ້, ຫຼຸດຜ່ອນຄວາມສ່ຽງໄພເງິນເຟີ້ ແລະ ຊຸດໂຊມ, ຮັກສາລະບົບສາກົນ ຖືເອົາສປຊ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນເປັນໃຈກາງ.

        ທ່ານປະທານປະເທດຈີນ ສີຈິ້ນຜິງກໍ່ເຮັດແຈ້ງທັດສະນະຂອງຈີນ ກ່ຽວກັບໄທເປ (ຈີນ) ແລະ ເນັ້ນໜັກ ເຖິງ ແຈ້ງການຮ່ວມ 3 ສະບັບ ລະຫວ່າງອາເມລິກາ - ຈີນທີ່ສະແດງຄຳໝັ້ນສັນຍາດ້ານການເມືອງຂອງທັງສອງຝ່າຍ ແລະ ຫຼັກການຈີນ ແມ່ນພື້ນຖານການເມືອງໃຫ້ແກ່ການພົວພັນອາເມລິກາ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ