ການນຳ ອາເມລິກາ - ຈີນ ໂອ້ລົມທາງໂທລະສັບກ່ຽວກັບບັນຫາການຄ້າ ແລະ ການພົວພັນ 2 ຝ່າຍ

(VOVWORLD) -ວັນທີ 20 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ເພື່ອປຶກສາຫາລືກ່ຽວກັບບັນຫາການຄ້າ ແລະ ບັນດາບັນຫາອື່ນໃນການພົວພັນ 2 ຝ່າຍ.
ການນຳ ອາເມລິກາ - ຈີນ ໂອ້ລົມທາງໂທລະສັບກ່ຽວກັບບັນຫາການຄ້າ ແລະ ການພົວພັນ 2 ຝ່າຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: AFP/TTXVN)

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຖືວ່າ: ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ - ຈີນ “ໄລຍະ 1” ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງ ອາເມລິກາ ແລະ ຈີນ, ພ້ອມທັງເນັ້ນໜັກວ່າ 2 ຝ່າຍຈະມານະພະຍາຍາມລົງນາມໃນເວລາໄວໆນີ້. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ເນັ້ນໜັກວ່າ: 2 ຝ່າຍໄດ້ມີ “ການປຶກສາຫາລືດີທີ່ສຸດ”. ອາທິດແລ້ວ, 2 ປະເທດໄດ້ປະກາດວ່າ ເຂົາເຈົ້າໄດ້ເຫັນດີເປັນເອກະພາບກ່ຽວກັບດ້ານເອກະສານສຳລັບຂໍ້ຕົກລົງລວມມີເລື່ອງຫລຸດຜ່ອນການຈັດວາງອັດຕາພາສີ ແລະ ເພີ່ມການເກັບຊື້ຜະລິດຕະພັນກະເສດ.

ຕອບກັບ

ຂ່າວ/ບົດ​ອື່ນ