ການ​ນຳ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຈີນ ແລະ ລັດ​ເຊຍ ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC

(VOVWORLD) -ກອງປະຊຸມ APEC ຄັ້ງນີ້ ໂດຍທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ເປັນປະທານ. ປະເທດນີ້ພວມດຳລົງຕຳແໜ່ງປະທານໝູນວຽນ APEC. 
ການ​ນຳ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຈີນ ແລະ ລັດ​ເຊຍ ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide
(ພາບ: TTXVN)

ວັນທີ 15 ກໍລະກົດ, ບັນດາລັດຖະບານ ອາເມລິກາ, ຍີ່ປຸ່ນ ແລະ ຈີນ ໄດ້ຢັ້ງຢືນວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາການນຳເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຕາມຮູບການທາງອອນລາຍ ໃນວັນທີ 16 ກໍລະກົດ. ສຳນັກຂ່າວສານ TASS ຂອງ ລັດເຊຍ ກໍ່ໄດ້ເອົາລົງຂ່າວ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ຈະເຂົ້າຮ່ວມການພົບປະຄັ້ງນີ້.

ກອງປະຊຸມ APEC ຄັ້ງນີ້ ໂດຍທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ເປັນປະທານ. ປະເທດນີ້ພວມດຳລົງຕຳແໜ່ງປະທານໝູນວຽນ APEC. ກ່ອນໜ້ານັ້ນ, ທ່ານນາງ Ardern ໄດ້ຮຽກໂຮມການປະຊຸມບໍ່ເປັນທາງການນີ້ ເພື່ອແນໃສ່ຊອກຫາວິທີການແກ້ໄຂໂດຍດ່ວນໃຫ້ການວິກິດການໂລກລະບາດໂຄວິດ - 19. ນີ້ຈະແມ່ນການປະຊຸມບໍ່ເປັນທາງການທຳອິດຂອງ APEC, ຢູ່ນອກກອງປະຊຸມຢ່າງເປັນທາງການໃນເດືອນພະຈິກຈະມາເຖິງ ເຊິ່ງສ່ອງແສງຄວາມປາດຖະໜາ ຂອງບັນດາການນຳ APEC ພ້ອມກັນຜ່ານຜ່າໂລກລະບາດໂຄວິດ - 19 ແລະ ວິກິດການເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ