ການນຳ ອາເມລິກາ, ຍີ່ປຸ່ນໃຫ້ຄຳໝັ້ນສັນຍາປັບປຸງສຳພັນທະມິດສອງຝ່າຍ

(VOVWORLD) - ຕາມທ່ານ Biden ແລ້ວ, ກອງທັບສອງປະເທດຈະ ຮ່ວມມືກັນຕາມກົນໄກບັນຊາການຮ່ວມ ແລະ ສອງປະເທດຈະພ້ອມກັບ ອົດສະຕາລີ ພັດທະນາເຄືອຂ່າຍປ້ອງກັນຕົວດ້ວຍລູກສອນໄຟປ້ອງກັນອາກາດໃໝ່. ການນຳສອງທ່ານກໍ່ປະກາດວ່າ ບັນດານັກບິນ ຍີ່ປຸ່ນ ຈະເຂົ້າຮ່ວມພາລະກຳຂຶ້ນສູ່ດວງຈັນຂອງອົງການການບິນອາວະກາດ ອາເມລິກາ (NASA)...
ການນຳ ອາເມລິກາ, ຍີ່ປຸ່ນໃຫ້ຄຳໝັ້ນສັນຍາປັບປຸງສຳພັນທະມິດສອງຝ່າຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida
(ພາບ:AFP)

ວັນທີ 10 ເມສາ, ຕາມເວລາ ວໍຊິງຕັນ (ປະເທດ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ປະກາດແຜນການເພີ່ມທະວີການຮ່ວມມືດ້ານການທະຫານຮ່ວມ ແລະ ລະບົບປ້ອງກັນລູກສອນໄຟລຸ້ນໃໝ່, ເພື່ອແນໃສ່ປັບປຸງການເຊື່ອມຕໍ່ສຳພັນທະມິດສອງຝ່າຍແໜ້ນແຟ້ນນີ້.

        ໃນການພົບປະເຈລະຈາແກ່ຍາວເປັນເວລາປະມານ 2 ຊົ່ວໂມງ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບພາກພື້ນ ມະຫາສະມຸດ ອິນເດຍ - ປາຊີຟິກ, ຢູແກຼນ ແລະ ການປະທະກັນຢູ່ເຂດ ກາຊາ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບຂາວ ພາຍຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ Biden ໄດ້ໃຫ້ຂໍ້ສັງເກດວ່າ: ນີ້ແມ່ນບາດກ້າວຍົກລະດັບສຳຄັນທີ່ສຸດໃນສຳພັນທະມິດຂອງພວກຂ້າພະເຈົ້ານັບແຕ່ເວລາທີ່ໄດ້ຮັບການສ້າງຕັ້ງຂຶ້ນ”. ຕາມທ່ານ Biden ແລ້ວ, ກອງທັບສອງປະເທດຈະ ຮ່ວມມືກັນຕາມກົນໄກບັນຊາການຮ່ວມ ແລະ ສອງປະເທດຈະພ້ອມກັບ ອົດສະຕາລີ ພັດທະນາເຄືອຂ່າຍປ້ອງກັນຕົວດ້ວຍລູກສອນໄຟປ້ອງກັນອາກາດໃໝ່. ການນຳສອງທ່ານກໍ່ປະກາດວ່າ ບັນດານັກບິນ ຍີ່ປຸ່ນ ຈະເຂົ້າຮ່ວມພາລະກຳຂຶ້ນສູ່ດວງຈັນຂອງອົງການການບິນອາວະກາດ ອາເມລິກາ (NASA).

        ສ່ວນທ່ານນາຍົກລັດຖະມົນຕີ Kishida ໃຫ້ຮູ້ວ່າ: ສອງຝ່າຍກໍ່ປຶກສາຫາລື ກ່ຽວກັບການພົວພັນທີ່ເຄັ່ງຕຶງບົນເວທີສາກົນ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ. ຕາມແຜນການແລ້ວ, ທ່ານ Kishida ຈະກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອາເມລິກາ ໃນວັນທີ 11 ເມສາ. ການນຳ ຍີ່ປຸ່ນ ຈະພ້ອມກັບທ່ານ Biden ແລະ ທ່ານ Ferdinand Marcos Jr, ປະທານາທິບໍດີ ຟິລິບປິນ ເຂົ້າຮ່ວມກອງປະຊຸມສຸດຍອດ 3 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ