ການນຳ ອາເມລິກາ - ສ ເກົາຫຼີ - ຍີ່ປຸ່ນ ຈະພົບປະກັນຢູ່ນອກກອງປະຊຸມສຸດຍອດ G7

(VOVWORLD) - ບັນດາການນຳ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ ຄາດວ່າຈະປຶກສາຫາລືບັນດາມາດຕະການຮ່ວມມືຍຸດທະສາດໃນການຮັບມືກັບໄພນາບຂູ່ດ້ານນິວເຄຼຍ...
ການນຳ ອາເມລິກາ - ສ ເກົາຫຼີ - ຍີ່ປຸ່ນ ຈະພົບປະກັນຢູ່ນອກກອງປະຊຸມສຸດຍອດ G7 - ảnh 1ການນຳ 3 ປະເທດ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ
(ພາບ:AP)

ວັນທີ 14 ພຶດສະພາ, ຫ້ອງວ່າການປະທານາທິບໍດີ ສ ເກົາຫຼີ ແຈ້ງໃຫ້ຊາບວ່າ: ທ່ານປະທານາທິບໍດີ Yoon Suk – yeol ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ຢູ່ນະຄອນ Hiroshima ຂອງປະເທດ ຍີ່ປຸ່ນ, ເຊິ່ງຈະດຳເນີນແຕ່ວັນທີ 19 – 21 ພຶດສະພາ ແລະ ຢູ່ທີ່ການພົບປະ 3 ຝ່າຍຢູ່ນອກກອງປະຊຸມກັບຄູ່ຕຳແໜ່ງ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida. ບັນດາການນຳ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ ຄາດວ່າຈະປຶກສາຫາລືບັນດາມາດຕະການຮ່ວມມືຍຸດທະສາດໃນການຮັບມືກັບໄພນາບຂູ່ດ້ານນິວເຄຼຍ, ວິກິດການດ້ານພະລັງງານ ແລະ ບັນດາສິ່ງທ້າທາຍລວມອື່ນໆອີກ. ຄາດວ່າ, ການນຳ 3 ປະເທດຈະຍົກອອກຖະແຫຼງການຮ່ວມ ກ່ຽວກັບບັນດາຄວາມກ້າວໜ້າທີ່ບັນລຸໄດ້ ແລະ ໝາກຜົນແຫ່ງການຮ່ວມມື, ແທນທີ່ການລົງນາມຂໍ້ຕົກລົງໃໝ່.

        ທ່ານປະທານາທິບໍດີ Yoon Suk – yeol ຈະເຂົ້າຮ່ວມກອງປະຊຸມສຸດຍອດ G7 ດ້ວຍຖານະເປັນການນຳຂອງປະເທດໜຶ່ງໄດ້ຮັບຄຳເຊີນ, ຍ້ອນວ່າ ສ ເກົາຫຼີ ບໍ່ແມ່ນສະມາຊິກຂອງ G7.

ຕອບກັບ

ຂ່າວ/ບົດ​ອື່ນ