ການນຳ ອາເມລິກາ - ສປປ.ເກົາຫຼີ ເຫັນດີເປັນເອກະພາບຈະພົບປະໃນເດືອນ ພຶດສະພາ

(VOVWORLD) - ຕາມທູດພິເສດຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ເຫັນດີເປັນເອກະພາບຈະພົບປະກັນໃນການເດືອນ ພຶດສະພາ ຈະມາເຖິງ.
ການນຳ ອາເມລິກາ - ສປປ.ເກົາຫຼີ ເຫັນດີເປັນເອກະພາບຈະພົບປະໃນເດືອນ ພຶດສະພາ - ảnh 1 ທ່ານປະທານາທິບໍດີ ອາເມລິດາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 08 ມີນາ ຢູ່ທຳນຽບຂາວ ພາຍຫລັງການພົບປະກັບທ່ານປະທານາທິບໍດີ Donald Trump ແລະ ທ່ານ H.R McMaster ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ, ທ່ານ Chung Eui-yong ຫົວໜ້າຫ້ອງການການປ້ອງກັນຄວາມສະຫງົບແຫ່ງຊາດຂຶ້ນກັບທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ: ທ່ານ Donald Trump ກ່າວວ່າ: ທ່ານໄດ້ຮັບຄຳເຊື້ອເຊີນຂອງການນຳ Kim Jong-un “ຈະພົບປະກັນໃນໄລຍະໄວທີ່ສຸດ”.

        ທຳນຽບຂາວຮັບຮູ້ວ່າ ທ່ານປະທານາທິບໍດີ ອາເມລິດາ Donald Trump ຈະຕອບຮັບຄຳເຊື້ອເຊີນໃນການພົບປະກັບການນຳ ສປປ.ເກົາຫຼີ Kim Jong-un. ວັນທີ 08 ມີນາ, ໂຄສົກທຳນຽບຂາວ ທ່ານ Sarah Sanders ຊີ້ແຈ້ງວ່າ: “ທ່ານປະທານາທິບໍດີ Donald Trump ຕີລາຄາສູງບັນດາຄຳກ່າວປາໄສອັນດີງາມຂອງຄະນະປະຕິບັດງານ ສ.ເກົາຫຼີ ແລະ ທ່ານປະທານາທິບໍດີ Moon Jae-in. ທ່ານປະທານາທິບໍດີ Donald Trump ຈະຕອບຮັບຄຳເຊື້ອເຊີນພົບປະກັບການນຳ Kim Jong-un ຢູ່ສະຖານທີ່ແຫ່ງໜຶ່ງ ແລະ ເວລາຈະໄດ້ກຳນົດ”.

ຕອບກັບ

ຂ່າວ/ບົດ​ອື່ນ