ການນຳ ອາເມລິກາ, ອັງກິດ ໂອ້ລົມນຳກັນທາງໂທລະສັບ - ລັດເຊຍ ກ່າວປະນາມການກະທຳເກາະຜິດໃນຂະໜາດໃຫຍ່

(VOVWORLD) - ທຳນຽບຂາວປະກາດວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ວັນທີ 28 ມີນາ
ການນຳ ອາເມລິກາ, ອັງກິດ ໂອ້ລົມນຳກັນທາງໂທລະສັບ - ລັດເຊຍ ກ່າວປະນາມການກະທຳເກາະຜິດໃນຂະໜາດໃຫຍ່ - ảnh 1  ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: EPA/TTXVN)

ໄດ້ມີການໂອ້ລົມທາງໂທລະສັບ ແລະ ປຶກສາຫາລືກ່ຽວກັບເລື່ອງເນລະເທດບັນດານັກການທູດ ລັດເຊຍ ອອກນອກປະເທດ ອາເມລິກາ ແລະ ອັງກິດ ເພື່ອແນໃສ່ຕອບໂຕ້ເຫດອະດີດນັກສືບຂ່າວ ລັດເຊຍ Sergey Skripal ແລະ ລູກສາວຖືກວາງຢາເບື່ອຢູ່ ອັງກິດ ກ່ອນນີ້ 3 ອາທິດ. ໃນຖະແຫຼງການໜຶ່ງ, ທຳນຽບຂາວໃຫ້ຮູ້ວ່າ: ການນຳ 2 ທ່ານລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງເລື່ອງຍົກອອກບັນດາມາດຕະການທີ່ຈຳເປັນ ແນໃສ່ຈຳກັດການເຄື່ອນໄຫວປິດລັບຂອງ ມົດສະກູ ແລະ ສະກັດກັ້ນບັນດາເຫດບຸກໂຈມຕີດ້ວຍອາວຸດເຄມີໃນອະນາຄົດຢູ່ ອັງກິດ ແລະ ອາເມລິກາ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Boris Johnson ໃຫ້ຂໍ້ສັງເກດວ່າ ລັດເຊຍ ໄດ້ຕີລາຄາຕ່ຳປະຕິກິລິຍາຂອງສາກົນສຳລັບເຫດວາງຢາເບື່ອ ຊຶ່ງ ລອນດອນ ຖືວ່າ ມົດສະກູ ຕ້ອງຮັບຜິດຊອບ.

        ໃນການຜັນແປຫຼ້າສຸດທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງເຫດອະດີດນັກສືບຂ່າວ Sergey Skripal ແລະ ລູກສາວຖືກວາງຢາເບື່ອຢູ່ ອັງກິດ, ວັນທີ 28 ມີນາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການຮຽກຮ້ອງ ອັງກິດ ຮ່ວມມືຢ່າງແໜ້ນແຟ້ນກັບອົງການສືບສວນສອບສວນ ລັດເຊຍ ເພື່ອເຮັດແຈ້ງເຫດການນີ້.

        ມາຮອດປັດຈຸບັນ ໄດ້ມີ 19/28 ປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) ອອກຄຳສັ່ງເນລະເທດບັນດານັກການທູດ ລັດເຊຍ, ໃນຂະນະນັ້ນ ມີ 3 ປະເທດອື່ນ ຮຽກຕົວເອກອັກຄະລັດຖະທູດປະຈຳ ລັດເຊຍ ຈົ່ງກັບເມືອປະເທດເພື່ອປຶກສາຫາລື. ພຽງແຕ່ມີ ເກຼກ, ບຸນກາຣີ, ໄຊປັດ, ປອກຕຸຍການ, ສໂລວາເກຍ ແລະ ໂອດຕະລິດ ບໍ່ມີການກະທຳໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ