ການ​ນ​ຳ ເບ​ລາ​ຣຸດ ແລະ ເຢຍ​ລະ​ມັນ ເນັ້ນ​ໜັກ​ເຖິງການ​ເຈ​ລະ​ຈາ​ກັ​ບ EU ໃນການ​ແກ້​ໄຂວິ​ກິດ​ການຊາວ​ອົບ​ພະ​ຍົບ

(VOVWORLD) -ການນຳ 2 ທ່ານລ້ວນແຕ່ໃຫ້ຮູ້ວ່າບັນຫານີ້, ຖ້າສັງເກດໂດຍສັງເຂບ, ຕ້ອງໄດ້ແກ້ໄຂລະຫວ່າງ ເບລາຣຸດ ແລະ EU, ພ້ອມທັງເນັ້ນໜັກວ່າອົງການເຈົ້າໜ້າທີ່ 2 ຝ່າຍຕ້ອງດຳເນີນການເຈລະຈານັບແຕ່ບັດນີ້ເລີຍ.
ການ​ນ​ຳ ເບ​ລາ​ຣຸດ ແລະ ເຢຍ​ລະ​ມັນ ເນັ້ນ​ໜັກ​ເຖິງການ​ເຈ​ລະ​ຈາ​ກັ​ບ EU ໃນການ​ແກ້​ໄຂວິ​ກິດ​ການຊາວ​ອົບ​ພະ​ຍົບ - ảnh 1ຊາວອົບພະຍົບ (ພາບ: TTXVN)

ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ເຫັນດີວ່າ Minsk ຄວນປຶກສາຫາລື ກັບ EU ກ່ຽວກັບວິກິດການຊາວອົບພະຍົບຢູ່ ເຂດຊາຍແດນ ລະຫວ່າງ ເບລາຣຸດ ແລະ ໂປໂລຍ.

ເນື້ອໃນດັ່ງກ່າວໂດຍແມ່ນການນຳ 2 ທ່ານເຫັນດີໃນການໂອ້ລົມທາງໂທລະສັບ ໃນວັນທີ 17 ພະຈິກ. ການນຳ 2 ທ່ານລ້ວນແຕ່ໃຫ້ຮູ້ວ່າບັນຫານີ້, ຖ້າສັງເກດໂດຍສັງເຂບ, ຕ້ອງໄດ້ແກ້ໄຂລະຫວ່າງ ເບລາຣຸດ ແລະ EU, ພ້ອມທັງເນັ້ນໜັກວ່າອົງການເຈົ້າໜ້າທີ່ 2 ຝ່າຍຕ້ອງດຳເນີນການເຈລະຈານັບແຕ່ບັດນີ້ເລີຍ.

ຕອບກັບ

ຂ່າວ/ບົດ​ອື່ນ