ການນຳ2ພັກໃຫຍ່ຂອງກຳປູເຈຍເຫັນດີສືບຕໍ່ວັດທະນະທຳຄູ່ເຈລະຈາ

ການນຳ2ພັກໃຫຍ່ຂອງກຳປູເຈຍເຫັນດີສືບຕໍ່ວັດທະນະທຳຄູ່ເຈລະຈາ - ảnh 1
ການນຳ2ພັກໃຫຍ່ຂອງກຳປູເຈຍເຫັນດີສືບຕໍ່ວັດທະນະທຳຄູ່ເຈລະຈາ
(ພາບ: nhandan)

(vovworld) - ຕອນ​ທ່ຽງ​ວັນ​ທີ 10/12, ຢູ່​ນະ​ຄອ​ນ​ຫຼວງ​ພະ​ນົມ​ເປັນ, ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈ​ຍ (CPP) ​ກຳ​ອ​ຳ​ນາດ Sar Kheng ແລະ ​ຜູ້​ຮັກ​ສາ​ການປະ​ທານ​ພັກ​ກູ​ຊາດ​ກຳ​ປູ​ເຈຍ (CNRP) ຝ່າຍ​ຄ້ານ ທ່ານ Kem Sokha ໄດ້​ຈັດ​ກອງ​ປະ​ຊຸມ, ເຫັນ​ດີ​ນຳ​ກັນ​ສືບ​ຕໍ່​ປະ​ຕິ​ບັດ​ວັດ​ທະ​ນະ​ທຳ​ຄູ່​ເຈ​ລະ​ຈາລະ​ຫວ່າງ 2 ພັກ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຂ້າງ ບົນ​ຈິດ​ໃຈ​ໄກ່​ເກ່ຍ​ປອງ​ດອງ​ຊ​າດ ແລະ ສາ​ມັກ​ຄີ​ແຫ່ງ​ຊາດ. ຕາມ​ຖະ​ແຫຼງ​ການ​ຮ່ວມ ພາ​ຍ​ຫຼັງ​ກາ​ນ​ພົ​ບ​ປະ, ຜູ້​ຕາງ​ໜ້າ 2 ພັກ ໄດ້​ເຫັນ​ດີ​ນຳ​ກັນ​ສືບ​ຕໍ່​ກໍ່​ສ້າງ ແລະ ຊຸກ​ຍູ້​ວິ​ວັດ​​ທະ​ນ​າການ​ເສ​ລີ​ພາບ​ປະ​ຊາ​ທິ​ປະ​ໄຕ, ພ້ອມ​ກັນ​ແກ້​ໄຂ​ບັນ​ຫາໄກ່​ເກ່ຍ​ປອງ​ດອງ​ຊ​າດ​ເໝາະ​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ. 2 ຝ່າຍ​ກໍ​ເຫັນ​ດີ​ພ້ອມ​ກັນ​ພິ​ຈາ​ລະ​ນາ, ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ກຳ​ມະ​ບານ; ພ​້ອມ​ກັນ​ສ້າງ​ກຸ່ມ​ປະ​ຕິ​ບັດ​ງານລວມ​ຄົ້ນ​ຄວ້າ​ສ້າງ​ຕັ້ງ​ກົນ​ໄກ​ປະ​ຕິ​ບັດ​ວັດ​ທະ​ນະ​ທຳ​ຄູ່​ເຈ​ລະ​ຈາ ຕາມ​ຈິດ​ໃຈ​ຂອງ​ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ CPP ແລະ CNRP ອ​ອກວັນ​ທີ 08/05/2015… 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ເຫຼືອ​ ບົນ​ຈິດ​ໃຈ​ສາ​ມັກ​ຄີ, ໄກ່​ເກ່ຍ​ປອງ​ດອງ​ຊາດ ແລະ ສາ​ມັກ​ຄີ​ແຫ່ງ​ຊາດ ຕາມ​ຫຼັກ​ການ​​ເສ​ລີ​ພາບປະ​ຊາ​ທິ​ປະ​ໄຕ​ ແລະ ກົດ​ໝາຍ.

ຂ່າວ/ບົດ​ອື່ນ