ການນຳກູບາຊົມເຊີຍວັນຊາດຫວຽດນາມ

ການນຳກູບາຊົມເຊີຍວັນຊາດຫວຽດນາມ - ảnh 1
ປະທານ ກູບາ Raul Castro Ruz
(ພາບ: Huffingtonpost.com)

(vovworld) – ວັນ​ທີ 2/9, ທ່ານ Raul Castro Ruz, ​ເລຂາ​ຜູ້​ທີ່​ໜຶ່ງ​ພັກ​ກອມ​ມູນິດ, ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ກູ​ບາ ​ໄດ້​ຝາ​ກສານ​ຊົມ​ເຊີຍ​ເຖິງ​ພັກ​ກອມ​ມູນິດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ເນື່ອງ​ໃນ​ໂອກາດ 71 ປີ​ແຫ່ງວັນຊາດ 2/9. ​ ​​​ໃນໂທລະ​​ເລກ​ຝາກ​ເຖິງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ທີ່ໄດ້ລົງ​ແນະນຳ​ສື່​ມວນ​ຊົນ​ໃນ​ວັນ, ທ່ານ​ປະທານ Raul Castro ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ຄວາມ​ຕັດສິນ​ໃຈ​ຂອງ ກູ​ບາ ​ໃນ​ການ​ເພີ່ມ​ທະ​ວີ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ກາ​ນຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ. ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ລັດ​ຖະມົນຕີ​ກາ​ນຕ່າງປະ​ເທດ ກູ​ບາ Bruno Rodriguez ກໍ່​ໄດ້​ຝາກ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມິ​ງ, ຢັ້ງ​ຢືນ​ຍາມ​ໃດ​ກໍ່ພ້ອມ​ແລ້ວ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ປະ​ຫວັດ​ສາດ ຫວຽດນາມ - ກູ​ບາ.


ຂ່າວ/ບົດ​ອື່ນ