ການນຳກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງຫົວໜ້າກົມພົວພັນສາກົນ,ອົງການປະກອບອາວຸດຝຼັ່ງ

ການນຳກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງຫົວໜ້າກົມພົວພັນສາກົນ,ອົງການປະກອບອາວຸດຝຼັ່ງ - ảnh 1
ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​ຕ້ອນຮັບ​ພົນ​ຕີ Jacques Cousquer
(ພາບ: baodientu.bqp.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ​ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊອງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ພົນ​ຕີ Jacques Cousquer, ຮອງ​ຫົວໜ້າ​ກົມ​ພົວພັນ​ສາກົນ, ອົງການ​ປະ​ກອບ​ອາວຸດ ຝຼັ່ງ, ​ເນື່ອງ​ໃນ​ໂອກາດຄະນະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ - ສ.ຝຼັ່ງ ບັນລຸ​​ໄດ້ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດ​ທິຜົນ. ທ່ານ​ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ປາດ​ຖະໜາວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດຄວນສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​​ແທນທຸກ​ຂັ້ນ, ​ບຳລຸງ​ສ້າງ, ​ເຝີກອົບຮົມ​ພະນັກງານ, ​ແບ່ງປັນ​ບົດຮຽນ​​ໃນ​ການເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນ​ຕິ​ພາບຂອງ​ສະຫະ​ປະສາ​ຊາດ.

        ສ່ວນ​ທ່ານພົນ​ຕີ Jacques Cousquer ກໍ່ປາດ​ຖະໜາ​ຢາກ​​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ​ກ່ວາ​ອີກ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ປ້ອງ​ກັນ​ຊາດ ​ແລະ ຍູ້​ໄວ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່ສານ, ​ໂທລະ​ຄົມ.

ຂ່າວ/ບົດ​ອື່ນ