ການນຳກຳມາທິການສືບລາຊະການລັບສະພາສູງ ອາເມລິກາ: ລັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມ​ລິ​ກາ

(VOVWORLD) - ໃນຖະແຫຼງການໄດ້ຍົກອອກມາໃນວັນທີ 16 ພຶດສະພາ, ທ່ານ Mark Warner ປະທານກຳມາທິການສືບລາຊະການລັບສະພາສູງ ອາເມລິກາ ສັງກັດພັກປະຊາທິປະໄຕ ໃຫ້ຮູ້ວ່າ:
ການນຳກຳມາທິການສືບລາຊະການລັບສະພາສູງ ອາເມລິກາ: ລັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ອາເມລິກາ  Donad Trump (ພາບ: THX/TTXVN)

ຂໍ້ສະຫລຸບຂອງບັນດາອົງການສືບລາຊະການລັບ ອາເມລິກາ ຖືວ່າ: ລັດເຊຍ ໄດ້ຊອກຫາວິທີແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016 ດ້ວຍຈຸດປະສົງຊ່ວຍທ່ານ Donad Trump ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແມ່ນຊັດເຈນທີ່ສຸດ.

        ຕາມທ່ານ Mark Warner ແລ້ວ, ຄວາມມານະພະຍາຍາມແຊກແຊງຂອງ ລັດເຊຍ ໂດຍໄດ້ຮັບການຊີ້ນຳຈາກທ່ານປະທານາທິບໍດີ Vladimir Putin ແມ່ນເພື່ອແນໃສ່ຊ່ວຍທ່ານ Donad Trump ແລະ ເຮັດໃຫ້ອິດທິພົນຊື່ສຽງຂອງທ່ານນາງ Hillary Clinton ຫລຸດລົງ.

        ຂໍ້ສະຫລຸບຂອງກຳມາທິການສືບລາຊະການລັບສະພາສູງ ອາເມລິກາ ໄປຝືນກັບການໃຫ້ຂໍ້ສັງເກດຂອງບັນດາສະມາຊິກສະພາຕ່ຳພັກສາທາລະນະໃນຫລາຍອາທິດກ່ອນນັ້ນ ເມື່ອຖືວ່າ: ລັດເຊຍ ບໍ່ຊອກຫາວິທີຊ່ວຍທ່ານ Donad Trump ໃຫ້ກາຍເປັນປະທານາທິບໍດີ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ