ການນຳຂັ້ນສູງ ກຳປູເຈຍ ຕີລາຄາສູງການພົວພັນຮ່ວມມືກັບ ຫວຽດນາມ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ, ວັນທີ 26 ເມສາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ນຳໜ້າ
ການນຳຂັ້ນສູງ ກຳປູເຈຍ ຕີລາຄາສູງການພົວພັນຮ່ວມມືກັບ ຫວຽດນາມ - ảnh 1ທ່ານ ຕ່ອງທິຟ໋ອງ  ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ Samdech HunSen (ພາບ: TTXVN)

ໄດ້ມີການເຂົ້າຢ້ຽມຂ່ຳນັບກະສັດແຫ່ງລາຊະອານາຈັກກຳປູເຈຍ Norodom Sihamoni, ທ່ານນາຍົກລັດຖະມົນຕີ Samdech HunSen, ທ່ານປະທານສະພາສູງຄົນໃໝ່ Samdech Say Chhun; ເຈລະຈາກັບທ່ານຮອງປະທານຜູ້ທີ 1 ສະພາສູງຄົນໃໝ່ Nay Pena; ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ, ປະຊາຄົມວິສາຫະກິດ ຫວຽດນາມ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ.

        ທີ່ບັນດາການພົບປະ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ຢືນຢັນວ່າ: ການມາຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ ຂອງຄະນະໃນຄັ້ງນີ້ ສະແດງໃຫ້ເຫັນຄວາມປາດຖະໜາຂອງສະພາແຫ່ງຊາດ ຫວຽດນາມ ແມ່ນປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດເວົ້າລວມ, ກໍ່ຄືຊຸກຍູ້ການພົວພັນຮ່ວມມືອັນດີງາມ ແລະ ຮອບດ້ານລະຫວ່າງອົງການນິຕິບັນຍັດ 2 ປະເທດເວົ້າສະເພາະກ່ວາອີກ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ກຳປູເຈຍ ຮັກສາ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບ 2 ປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ; ແລະ ຢືນຢັນວ່າ: ຫວຽດນາມ ຈະໜູນຊ່ວຍໃນເງື່ອນໄຂຄວາມສາມາດຂອງຕົນເພື່ອຊ່ວຍເຫຼືອ ກຳປູເຈຍ ປະຕິບັດບົດບາດເປັນປະທານເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF) ໃຫ້ປະສົບຜົນສຳເລັດ.

        ບັນດາການນຳຂັ້ນສູງຂອງກຳປູເຈຍ ຕີລາຄາສູງ ແລະ ສະແດງຄວາມປິຕິຊົມຊື່ນເມື່ອ ເຫັນວ່າການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບພັດທະນາໃນທຸກຂົງເຂດ, ເປັນຕົ້ນແມ່ນການພົວພັນລະຫວ່າງອົງການນິຕິບັນຍັດ 2 ປະເທດ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ສະໜິດແໜ້ນ; ຢັ້ງຢືນວ່າການພົວພັນນີ້ ພວມນັບມື້ນັບກ້າວເຂົ້າສູ່ລວງເລິກ, ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາ ແລະ ຍົກສູງບົດບາດຂອງ 2 ປະເທດໃນເວທີພາກພື້ນ ແລະ ສາກົນ

ຕອບກັບ

ຂ່າວ/ບົດ​ອື່ນ