ການ​ນຳ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ

(VOVWORLD) -EAS ຖະແຫຼງວ່າ ຈະສະໜັບສະໜູນຄວາມມານະພະຍາຍາມຕ່າງໆຂອງ ອາຊຽນ ໃນການຜັນຂະຫຍາຍ ກອບຟື້ນຟູຮອບດ້ານ ອາຊຽນ (ACRF) ແລະ ແຜນການປະຕິບັດ; ສະໜັບສະໜູນ ອາຊຽນ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດກັບປະເທດຄູ່ຮ່ວມມື, ຄູ່ເຈລະຈາ ໂດຍຜ່ານໂຄງປະກອບຂອງພາກພື້ນ ຖື ອາຊຽນ ເປັນໃຈກາງ.
ການ​ນຳ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ  Ismail Sabri Yaakob ແລະ ຄະນະຜູ້ແທນຂັ້ນສູງ ມາເລເຊຍ ເຂົ້າຮ່ວມກອງປະຊຸມ  EAS ຄັ້ງທີ 16.(ພາບ: TTXVN)

ວັນທີ 27 ຕຸລາ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 16 ໄດ້ອອກຖະແຫຼງການກ່ຽວກັບການຟື້ນຟູແບບຍືນຍົງ, ໃນນັ້ນ ໄດ້ໃຫ້ຄຳໝັ້ນສັນຍາຕ້ານການກະທົບຕ່າງໆຈາກໂລກລະບາດໂຄວິດ - 19 ໂດຍຜ່ານຄວາມມານະພະຍາຍາມທີ່ເປີດອົກເປີດໃຈ, ເຊື່ອມຕົວ, ບໍ່ມີການຈຳແນກການປະພຶດ ແລະ ໂປ່ງໃສ, ຍົກສູງລັດທິຫຼາຍຝ່າຍ ແລະ ເພີ່ມທະວີການຮ່ວມມືສາກົນ ກໍຄື ກັບຝ່າຍຕ່າງໆທີ່ກ່ຽວຂ້ອງ.

        EAS ຖະແຫຼງວ່າ ຈະສະໜັບສະໜູນຄວາມມານະພະຍາຍາມຕ່າງໆຂອງ ອາຊຽນ ໃນການຜັນຂະຫຍາຍ ກອບຟື້ນຟູຮອບດ້ານ ອາຊຽນ (ACRF) ແລະ ແຜນການປະຕິບັດ; ສະໜັບສະໜູນ ອາຊຽນ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດກັບປະເທດຄູ່ຮ່ວມມື, ຄູ່ເຈລະຈາ ໂດຍຜ່ານໂຄງປະກອບຂອງພາກພື້ນ ຖື ອາຊຽນ ເປັນໃຈກາງ.

        EAS ໃຫ້ຄຳໝັ້ນສັນຍາເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງພະລັງງານ ດ້ວຍລາຄາທີ່ເໝາະສົມ, ໜ້າໄວ້ເນື້ອເຊື່ອໃຈ, ຍືນຍົງ, ທັນສະໄໝ ແລະ ເພີ່ມທະວີການຮ່ວມມືໃນຮູບແບບທີ່ມີການປ່ອຍອາຍພິດຢູ່ລະດັບຕ່ຳ, ຄວາມຄິດສ້າງສັນໃໝ່, ກໍຄື ກ່ຽວກັບເຕັກໂນໂລຢີພະລັງງານສະອາດ, ມີປະສິດທິຜົນ ແລະ ຜະລິດຄືນໃໝ່, ແນໃສ່ບັນລຸເປົ້າໝາຍ ພັດທະນາແບບຍືນຍົງເລກທີ 7, ສອດຄ່ອງກັບເປົ້າໝາຍຂອງຂໍ້ຕົກລົງ ປາຣີ.

        EAS ກໍເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ