ການ​ນຳ​ຂັ້ນ​ສູງ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ຮ່ວມ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ຕໍ່​ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເຖິງ​ແກ່ມ​ໍ​ລະ​ນະ​ກຳ

(VOVWORLD) - ຖະແຫຼງການຮ່ວມໄດ້ຢັ້ງຢືນວ່າບັນດາການນຳຂັ້ນສູງ ອາຊຽນ ມີຄວາມອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ໃນວັນທີ 19 ກໍລະກົດ. 
ການ​ນຳ​ຂັ້ນ​ສູງ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ຮ່ວມ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ຕໍ່​ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເຖິງ​ແກ່ມ​ໍ​ລະ​ນະ​ກຳ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: baochinhphu.vn)

ວັນທີ 24 ກໍລະກົດ, ການນຳຂັ້ນສູງ ອາຊຽນ ໄດ້ອອກຖະແຫຼງການຮ່ວມ ສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ.

ຖະແຫຼງການຮ່ວມໄດ້ຢັ້ງຢືນວ່າບັນດາການນຳຂັ້ນສູງ ອາຊຽນ ມີຄວາມອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ໃນວັນທີ 19 ກໍລະກົດ. ບັນດາການນຳຂັ້ນສູງ ອາຊຽນ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກຊຶ້ງທີ່ສຸດໄປຍັງຄອບຄົວ ແລະ ພີ່ນ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ.

ຖະແຫຼງການໄດ້ເນັ້ນໜັກເຖິງພາລະກິດແຫ່ງການຊີ້ນຳນຳພາ ແລະ ການອຸທິດໃນຕະຫຼອດຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໃຫ້ແກ່ປະຊາຊົນ ແລະ ປະເທດ ຫວຽດນາມ ຍາມໃດກໍ່ຈະໄດ້ຮັບການຈົດຈຳຕະຫຼອດໄປ. ບັນດາການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ ກໍ່ຈະແມ່ນມໍລະດົກອັນລ້ຳຄ່າ ແລະ ຍືນຍົງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ