ການນຳຂັ້ນສູງຂອງຫຼາຍປະເທດສົ່ງໂທລະເລກຊົມເຊີຍທ່ານປະທານປະເທດເຈີນດ້າຍກວາງ


ການນຳຂັ້ນສູງຂອງຫຼາຍປະເທດສົ່ງໂທລະເລກຊົມເຊີຍທ່ານປະທານປະເທດເຈີນດ້າຍກວາງ - ảnh 1
ທ່ານ​ເຈີນ​ດ້າຍກວາງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດຫວຽດ​ນາມ

(vovworld)- ເນື່ອງ​ໃນ​ໂອ​ກາດ​ທ່ານ​ເຈີນ​ດ້າຍກວາງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ ສ.ສ ຫວຽດ​ນາມ, ກະ​ສັດ ບ​ຣູໄນ, ປະ​ທານາ​ທິ​ບໍ​ດີສິງ​ກະ​ໂປ, ເຈົ້າ​ຊີ​ວິດ​ຊູ​ແອ​ດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ແຫ່ງ ສ.ປ.ປ.ເກົາຫຼີ​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ. ໃນ​ບັນ​ດາ​ໂທ​ລະ​ເລກ, ການ​ນຳ​ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ຄຳ​ນັ​ບ​ຊົມ​ເຊີຍທ່ານ​ເຈີນ​ດ້າຍກວາງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ ສ.ສ ຫວຽດ​ນາມ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງຫວຽດ​ນາມກັບ​ປະ​ເທດ​ເຫຼົ່າ​ນັ້ນ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ດີງາມ.
ຂ່າວ/ບົດ​ອື່ນ