ການ​ນຳ​ຂັ້ນ​ສູງ​ສ.ເຊັກ​ໂກສົ່ງ​ຄຳ​ຂອບ​ໃຈ​​ເຖິງ​ລັດ​ຖະ​ບານຫວຽດ​ນາມແລະ​ຊາວ​ຫວຽດ​ນາມ​ຢູ່ສ.ເຊັກ​ໂກ​ທີ່ໄດ້​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ​ໂລກ​ລະ​ບາດCovid -19

(VOVWORLD) -ຕອນບ່າຍວັນທີ 15 ເມສາ, ສະມາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກໄດ້ສົມທົບກັບສະຖານທູດຫວຽດນາມປະຈຳ ສ.ເຊັກໂກແລະບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສ.ເຊັກໂກຈັດຕັ້ງພິທີມອບຜ້າອັດປາກ - ດັງຂ້າເຊື້ອໃຫ້ແກ່ເຮືອນພັກຜູ້ສູງອາຍຸ 2 ແຫ່ງຢູ່ນະຄອນຫຼວງPraha.
ການ​ນຳ​ຂັ້ນ​ສູງ​ສ.ເຊັກ​ໂກສົ່ງ​ຄຳ​ຂອບ​ໃຈ​​ເຖິງ​ລັດ​ຖະ​ບານຫວຽດ​ນາມແລະ​ຊາວ​ຫວຽດ​ນາມ​ຢູ່ສ.ເຊັກ​ໂກ​ທີ່ໄດ້​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ​ໂລກ​ລະ​ບາດCovid -19 - ảnh 1

ພິທີມອບຮັບເຄື່ອງໜູນຊ່ວຍໃຫ້ແກ່ໂຮງໝໍມະຫາວິທະຍາໄລສາທາລະນະສຸກ ຢູ່ Prague (ພາບ: Vietnam+)

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດສ.ເຊັກໂກໄດ້ສະແດງຄວາມເຄົາລົບນັບຖືຕໍ່ການໜູນຊ່ວຍຂອງປະຊາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກແລະບັນດາອົງການຈັດຕັ້ງຂອງຊາວຫວຽດນາມຢູ່ທີ່ນີ້.

ສ່ວນທ່ານໂຮ່ມິງຕ໊ວນເອກອັກຄະລັດຖະທູດຫວຽດນາມປະຈຳສ.ເຊັກໂກໄດ້ຕີລາຄາສູງຕໍ່ບັນດາການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມ ທີ່ໄດ້ຮ່ວມແຮງຮ່ວມໃຈກັບອຳນາດການປົກຄອງແລະປະຊາຊົນສ.ເຊັກໂກໃນການປ້ອງກັນ, ສະກັດກັ້ນໂລກລະບາດCovid – 19.

ໂດຍສະແດງໃຫ້ເຫັນຄວາມຮູ້ບຸນຄຸນໄປຍັງປະຊາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກ, ທ່ານນາງ Jana Maláčováລັດຖະມົນຕີກະຊວງແຮງງານແລະບັນດາບັນຫາສັງຄົມສ.ເຊັກໂກໄດ້ເນັ້ນໜັກວ່າບັນດາຂອງຂວັນເຊິ່ງວົງຄະນະຍາດຊາວຫວຽດນາມອາໄສຢູ່ສ.ເຊັກໂກມອບໃຫ້ ມີຄວາມໝາຍທີ່ສຸດໃນສະພາບການທີ່ປະເທດນີ້ພວມຂາດເຂີນຜ້າອັດປາກ - ດັງຂ້າເຊື້ອຢ່າງຫຼວງຫຼາຍ. ທ່ານນາງກໍ່ຢັ້ງຢືນວ່ານີ້ແມ່ນສິ່ງທີ່ພິສູດໃຫ້ເຫັນຢ່າງມີຊີວິດຊີວາທີ່ສຸດໃຫ້ແກ່ການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມກໍ່ຄືປະຊາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກແລະປະຊາຊົນປະເທດປະຈຳຖິ່ນເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ