ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນວັນບຸນຄຼິດສະມາດ

ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນວັນບຸນຄຼິດສະມາດ - ảnh 1
​ທ່ານ ​ເລ​ບ໋າ​ຈິ່ງອວຍພອນ​ສະມາຄົມ ​ໂປ​ແຕສຕັງ​ ຫວຽດນາມ
(ພາກ​ໃຕ້) ​ເນື່ອງ​​ໃນ​ໂອກາດ​ບຸນຄຼິດສະມາດ 2015
(ພາບ: daidoanket.vn)


(vovworld)  - ວັນ​ທີ 17/12, ຄະ​ນະ​ປະຕິບັດ​ງານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ໂດຍ​ທ່ານ ​ເລ​ບ໋າ​ຈິ່ງ, ຮອງ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມນຳ​ໜ້າ, ​ໄດ້​ມາ​ຢ້ຽມຢາມ, ອວຍພອນ​ສະມາຄົມ ​ໂປ​ແຕສຕັງ​ ຫວຽດນາມ (ພາກ​ໃຕ້) ​ເນື່ອງ​​ໃນ​ໂອກາດ​ບຸນຄຼິດສະມາດ 2015. ນະ​ທີ່​ນີ້, ທ່ານ ​ເລ​ບ໋າ​ຈິງ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ​ສັງຄົມ, ​ເຊິ່ງສະມາຄົມ ​ໂປ​ແຕສຕັງປະຕິບັດ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ຫວັງ​ວ່າ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ ​ໂປ​ແຕສຕັງສືບ​ຕໍ່​ປຸກລະດົມ, ສົ່ງ​ເສີມ​ພໍ່​ແມ່​ປະຊາຊົນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ບັນດາ​ຂະ​ບວນການ​ຮັກ​ຊາດ, ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກຄີ​ຊົນ​ຊາດ, ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຕາງໜ້າ​ຄະນະ​ຄຸ້ມ​ຄອງ​ສະມາຄົມ​ໃຫຍ່, ບາດ​ຫຼວງ ຟານ​ວິ້ງ​ກື້, ຫົວໜ້າສະມາຄົມໂປ​ແຕສຕັງ​ ຢືນຢັນ​ຈະ​ສືບ​ຕໍ່​ປຸກລະດົມ​ບັນດາ​ສາສະ​ນິກະ​ຊົນ​ເຂົ້າ​ຮ່ວມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ໃຫ້​ດີ, ຢູ່​ໃນ​ສິນ ກິນ​ໃນ​ທຳ.


ຂ່າວ/ບົດ​ອື່ນ