ການນຳຈີນແລະສເກົາຫລີເຈລະຈາຢູ່ປັກກີງ

ການນຳຈີນແລະສເກົາຫລີເຈລະຈາຢູ່ປັກກີງ - ảnh 1
(ພາບປະກອບ: news.cn)

(vovworld)- ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ແລະ ປະ​ທາ​ນາ​ທິ​ບໍ​ດີ ສ​ເກົ​າ​ຫລີ ທ່ານ​ນາງ Park Geun Hye ໄດ້​​ຈັດ​ຂຶ້ນ​ໃນ​ວັນ​ທີ 2/9 ກ່ອນ​ທີ່ດຳ​ເນີນ​ການ​ເດີນ​ຂະ​ບວນສວນ​ສະ​ຫນາມ​ສະ​ແດງ​ກຳ​ລັງຂະ​ຫນາດ​ໃຫຍ່​ໃນ​ວັນ​ທີ 3/9 ຢູ່ ໃຈ​ກາງ​ນະ​ຄອນ​ຫລວງ ປັກ​ກີງ ເພື່ອ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ນະ​ທີ່ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ ເນັ້ນ​ຫນັກ​ວ່າ ການ​ພົບ​ປະ​ຄັ້ງນີ້ ມີ​ຄວາມ​ໝາຍ​ສຳ​ຄັນ​ເພາະ​ວ່າ ດຳ​ເນີນ​ໄປ​ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ເຫດ​ການນີ້​ນຳ​ມາ​ເຊິ່ງ​ເອ​ກະ​ລາດ​ໃຫ້​ແກ່​ ສ​ເກົາ​ຫລີ ແລະ ການ​ກຳ​ນົດ​ເສັ້ນ​ຊາຍ​ແດນຢູ່​ແຫລມ​ເກົາ​ຫລີ. ທີ່​ການ​ເຈ​ລະ​ຈາ, ນອກ​ຈາກ​ບັນ​ດາ​ບັນ​ຫາ​ສອງ​ຝ່າຍ, ການ​ນຳທັງ​ສອງ​ທ່ານ ກໍ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ສ​ປ​ປ ເກົາ​ຫລີ.

 

 

ຂ່າວ/ບົດ​ອື່ນ