ການນຳຍີ່ປຸ່ນ, ອາເມລິກາ ກ່າວປະນາມເລື່ອງ IS ເຂັ່ນຂ້າຕົວປະກັນ

ການນຳຍີ່ປຸ່ນ, ອາເມລິກາ ກ່າວປະນາມເລື່ອງ IS ເຂັ່ນຂ້າຕົວປະກັນ - ảnh 1
ຜົນລະ​ເມືອງ​ຍີ່ປຸ່ນ Kenji Goto
(ພາບ: APF)


(vovworld) – ຕອນ​ເຊົ້າ​ວັນ​ທີ 25/01, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸ້ນ​ແຮງ​ກຸ່ມກະບົດລັດ​ອິດ​ສະ​ລາມ IS, ພາຍຫຼັງ​ມີວີ​ດີ​ໂອ ໃນ​ອິນ​ເຕີ​ແນ​ດ ​ແຈ້ງ​​ໃຫ້​ຊາບການເຂັ່ນ​ຂ້າ​ຕົວ​ປະ​ກັນ 1 ຄົນ​ໃນ​ຈຳນວນ 2 ຄົນ​ເຊິ່ງ​ເປັນ​ພົນລະ​ເມືອງ​ຍີ່ປຸ່ນ ທີ່​ຖື​ວ່າຖືກ​ IS ຈັບຕົວ. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ​ຂ່າວ, ພາຍຫຼັງ​ກອງ​ປະຊຸມ​ລັດຖະບານ​ຮີບ​ດ່ວນ, ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ຖະ​ແຫຼ​ງວ່າ, ການເຂັ່ນ​ຂ້າ​ຕົວ​ປະ​ກັນ​ແມ່ນ​ການ​ກະທຳ​ໂຫດຮ້າຍ​ສາມານ, ​ເປັນ​ການ​ກະທຳ​ໃຊ້​ຄວາມ​ຮຸ້ນ​ແຮງ​ບໍ່​ອາດ​ຮັບ​ຮູ້ໄດ້, ພ້ອມ​ທັງ​ຮຽກຮ້ອງ IS ປ່ອຍ​ຕົວ​ປະກັນ​ຊາວ​ຍີ່ປຸ່ນ ທີ່​ຍັງ​ເຫຼືອ. ທ່ານ Abe ກໍ່​ຢືນຢັນ​ວ່າ, ຈະ​ສືບ​ຕໍ່​ປະກອບສ່ວນ​ໃຫ້ສັນຕິພາບ ​ແລະ ສະ​ຖຽນລະ​ພາບ​ສາກົນ ​ແລະ ບໍ່​ທໍ​້ຖອຍ​ໃຈ​ຕໍ​່ລັດທິ​ກໍ່​ການ​ຮ້າຍ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຄໍ່າ​ຄືນ​ວັນ​ທີ 24/01, ​ໃນ​ວີ​ດີ​ໂອ ຍາວ 3 ນາທີ ​​ໃນ​ອີນ​ເຕີ​ແນ​ດ, ພົນລະ​ເມືອງ​ຍີ່ປຸ່ນ Kenji Goto ພວມ​ຈັບ​ຮູບ​ຖ່າຍຊາກ​ສົບ​ຖືກ​ຕັດ​ຄໍ ​ໄ​ດ້ຮັບ​ຖື​ວ່າ​ແມ່ນ​ທ່ານ Haruna Yukawa, ອາຍຸ 42 ປີ. ຕາມຖະ​ແຫຼ​ງຂອງ Keji, IS ບໍ່​ຮຽກ​ຄຳ​່ໄຖ່ 200 ລ້ານ USD ອີກ, ​ແທນ​ທີ່​ນັ້ນ ​ແມ່ນ​ປ່ອບຕົວ​ໃຫ້ Sajida al Rishawi, ​ເຊິ່ງ​ເປັນ​ຜູ້​ໄດ້​ຮັບ​ຄຳ​ສັ່ງ​ຈາກ al Qaeda ວາງ​ລະ​ເປີດ​ສະຫຼະ​ຊີບ​ແນ​ໃສ່​ໂຮງ​ແຮມຢູ່​ຈໍ​ແດນ ​​ເມື່ອ​ປີ 2005, ພວມ​ຖືກ​ເຈົ້າ​ໜ​້າທີ ຈໍ​ແດນ ຈັບ​ຕົວ.

ຂ່າວ/ບົດ​ອື່ນ