ການນຳຍີ່ປຸ່ນ,ລັດເຊຍ ໂອ້ລົມທາງໂທລະສັບ, ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ

(VOVWORLD) -ແມ່ນການໂອ້ລົມສົນທະນາຄັ້ງທຳອິດລະຫວ່າງການນຳ 2 ທ່ານ, ນັບແຕ່ເມື່ອທ່ານ Suga Yoshihide ຮັບດຳລົງຕຳແໜ່ງໃນກາງເດືອນກັນຍາ.

ການນຳຍີ່ປຸ່ນ,ລັດເຊຍ ໂອ້ລົມທາງໂທລະສັບ, ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ - ảnh 1ການນຳຍີ່ປຸ່ນ ແລະ ລັດເຊຍ

(ພາບ: Kyodo)

ວັນທີ 29 ກັນຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Vladimir Putin, ແລກປ່ຽນກ່ຽວກັບບາງບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ປະເທດ. ນີ້ແມ່ນການໂອ້ລົມສົນທະນາຄັ້ງທຳອິດລະຫວ່າງການນຳ 2 ທ່ານ, ນັບແຕ່ເມື່ອທ່ານ Suga Yoshihide ຮັບດຳລົງຕຳແໜ່ງໃນກາງເດືອນກັນຍາ.

          ທ່ານນາຍົກລັດຖະມົນຕີ Suga Yoshihide ປາດຖະໜາຢາກ “ສິ້ນສຸດ” ບັນຫາຂັດແຍ້ງຜືນແຜ່ນດິນເຊິ່ງເຄີຍເຮັດໃຫ້ 2 ປະເທດຍັງບໍ່ທັນລົງນາມໃນສົນທິສັນຍາສັນຕິພາບພາຍຫຼັງສົງຄາມໄດ້. ທ່ານກໍ່ຫວັງວ່າຈະຊຸກຍູ້ການພົວພັນ 2 ຝ່າຍຕື່ມອີກ ແລະ ເນັ້ນໜັກວ່າ ບັນດາການຂັດແຍ້ງກ່ຽວກັບອະທິປະໄຕສຳລັບບັນດາເກາະໂດຍລັດເຊຍ ຄວບຄຸມຢູ່ນອກຝັ່ງເກາະ Hokkaido ຂອງຍີ່ປຸ່ນ ຕ້ອງໄດ້ຮັບການແກ້ໄຂໃນລຸ້ນນີ້.

          ສ່ວນທ່ານປະທານາທິບໍດີລັດເຊຍ Vladimir Putin ກໍ່ຢືນຢັນວ່າ, ພ້ອມແລ້ວທີ່ຈະສືບຕໍ່ເຈລະຈາ ກໍຄື “ຮ່ວມມືບົນຈິດໃຈສ້າງສັນ” ເພື່ອແກ້ໄຂບັນດາບັນຫາ 2 ຝ່າຍ ແລະ ສາກົນ. ການນຳ 2 ທ່ານໄດ້ເຫັນດີນຳກັນຊຸກຍູ້ການພົວພັນ 2 ຝ່າຍ, ກວມລວມໃນບັນດາຂົງເຂດການເມືອງ, ເສດຖະກິດ ແລະ ວັດທະນະທຳ, ກໍຄືດຳເນີນບັນດາການປຶກສາຫາລືໂດຍກົງໃນໄລຍະຈະມາເຖິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ