ການນຳຍີ່ປຸ່ນ,ສ.ເກົາຫຼີປາດຖະໜາຢາກເຊື່ອມຕໍ່ການພົວພັນ2ຝ່າຍ

ການນຳຍີ່ປຸ່ນ,ສ.ເກົາຫຼີປາດຖະໜາຢາກເຊື່ອມຕໍ່ການພົວພັນ2ຝ່າຍ - ảnh 1
ທ່ານ Shinzo Abe ແລະ ທ່ານ​ນາງ Park Geun Hye
(ພາບ:asia.nikkei)

(​vovworld) – ​ ​​​​​ວັນ​ທີ 15/1, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຍີ່​ປຸ່ນ ທ່ານ Fukushiro Nukaga ໃຫ້​ຮູ້​ວ່າ: ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ແລະ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun Hye ໄດ້​ແລກ​ປ່ຽນ​ສານ​ໂດຍ​ທາງ​ອ້ອມ​ສະ​ແດງ​ຄວາມ​ຫວັງ​​ສາ​ມາດ​​ເຊື່ອມ​ຕໍ່​ການ​ພົວ​ພັນ 2 ຝ່າຍ​ໃນ​ປີນີ້, ໃນ​ສະ​ພາບ​ການ 2 ປະ​ເທດ​ພ​ວມ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ. ສຳ​ນັກ​ຂ່າ​ວ​ສານ Kyodo (ຍີ່​ປຸ່ນ) ໄດ​້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ Nukaga ໃຫ້​ຮູ້​ວ່າ: ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ ໂດຍ​ທ່ານ Suh Chung Won ນຳ​ໜ້າ​ພວມ​ຢູ່​ຢ້ຽມ​ຢາມ ຍີ່​ປູ່ນ ໄດ້​ສົ່ງ​ສານ​ຂອງ​ທ່ານ​ນາງ Park Geun Hye ເຖິງ​ທ່ານ Abe, ໃນ​ນັ້ນ, ການນ​ຳ ສ. ເກົາຫຼີ ເນັ້ນ​ໜັກ​ວ່າ: ເຊີ​ອູນ ປາດ​ຖະ​ໜາ​ຢາກ​ມີ​ບາດ​ກ້າວ​ເລີ່ມ​ຕົ້ນ​ໃໝ່​ໃນ​ການ​ພົວ​ພັນ​ກັບ ໂຕ​ກຽວ ແລະ ຈະ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ການ​ພົວ​ພັນ​ນີ້. ເມື່ອ​ຕ້ອນ​ຮັບ​ຄະ​ນະ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Abe ເວົ້າ​ວ່າ: ທ່ານ​ຫວັງ​ວ່າ​ປີ 2015 ​ຈະແມ່ນ​ປີ​ແຫ່ງ​ການ​ປັບ​ປຸງ​​ສາຍພົວ​ພັນ​​ຕ່າງໆລະ​ຫວ່າງ ຍີ່​ປຸ່ນ ແລະ ສ. ເກົາຫຼີ.

 


ຂ່າວ/ບົດ​ອື່ນ