ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນພຸດທະສາສະໜາ ໄທ

(VOVWORLD) - ບັນດາການເຄື່ອນໄຫວຕັ້ງໜ້າລະຫວ່າງສະພາສົງ ໄທ ແລະ ສະມາຄົມພຸດທະສາສະໜາ ໄທ ກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ
ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນພຸດທະສາສະໜາ ໄທ - ảnh 1 ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນພຸດທະສາສະໜາ ໄທ (ພາບ: ອິນເຕີແນັດ)

ຕອນຄ່ຳວັນທີ 03 ຕຸລາ, ທ່ານນາງ ຫວໍທິຢຸງ, ຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບພະມະຫາອາຈານ ພົມສາຈີລາຢັນ ສະມາຊິກສະພາສົງ ໄທ, ຫົວໜ້າຄະນະບັນດາພະສົງສຳມະເນນ ໄທ, ບັນດາພະມະຫາອາຈານເຈົ້າອະທິການວັດ ຫວຽດນາມ ຢູ່ ໄທ ແລະ ບາງພຸດທະສາສະນິກະຊົນເປັນຊາວ ຫວຽດນາມ ອາໄສຢູ່ ໄທ ພວມມີການຢ້ຽມຢາມນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານນາງ ຫວໍທິຢຸງ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາການເຄື່ອນໄຫວຕັ້ງໜ້າລະຫວ່າງສະພາສົງ ໄທ ແລະ ສະມາຄົມພຸດທະສາສະໜາ ໄທ ກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ, ລະຫວ່າງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ໄທ. ສ່ວນພະມະຫາອາຈານ ພົມສາຈີລາຢັນ ໄດ້ຢືນຢັນວ່າ ສາສະໜາພຸດ 2 ປະເທດ ສາມາດຮ່ວມມືພັດທະນານ້ຳໃຈມິດຕະພາບແບບຍືນຍົງ, ພ້ອມກັນສືບທອດມູນເຊື້ອ, ໂຄສະນາສາສະໜາພຸດ ແລະ ຮ່ວມມືກັນໃນຫລາຍຂົງເຂດ, ນຳສາສະໜາພຸດໃຫ້ນັບມື້ນັບພັດທະນາບົນພື້ນຖານວັດທະນະທຳເປັນຫລາຍຮູບຫລາຍແບບ, ນັບຖືຄຳສັ່ງສອນຂອງພຸດທະສາສະໜາ.

ຕອບກັບ

ຂ່າວ/ບົດ​ອື່ນ