ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບເລຂາຜູ້ທີໜຶ່ງຄະນະພັກນະຄອນ ລາຮາວານ

(VOVWORLD) - ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະສວມບົດບາດແກ່ນສານໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ກຸຍບາ
ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບເລຂາຜູ້ທີໜຶ່ງຄະນະພັກນະຄອນ ລາຮາວານ - ảnh 1ສະຫາຍ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບສະຫາຍ Luis Antonio Torres Iribar, ເລຂາຜູ້ທີ່ໜຶ່ງຄະນະພັກນະຄອນ ລາຮາວານ
(ພາບ: TTXVN)

        ຕອນບ່າຍວັນທີ 12 ມິຖຸນາ, ສະຫາຍ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບສະຫາຍ Luis Antonio Torres Iribar, ເລຂາຜູ້ທີ່ໜຶ່ງຄະນະພັກນະຄອນ ລາຮາວານ, ປະເທດ ກຸຍບາ ແລະ ຄະນະຜູ້ແທນນະຄອນ ລາຮາວານ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ. ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນເນັນ ເນັ້ນໜັກວ່າ, ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະສວມບົດບາດແກ່ນສານໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ກຸຍບາ; ພ້ອມແລ້ວທີ່ຈະສົມທົບກັນ, ແບ່ງປັນບົດຮຽນ, ເປີດກວ້າງການຮ່ວມມື, ລົງທຶນກັບ ກຸຍບາ ໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ສາທາລະນະສຸກ, ການສຶກສາບຳລຸງສ້າງທີ່ມີຄຸນນະພາບສູງ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ, ຊຸກຍູ້ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.

        ສ່ວນທ່ານ Luis Antonio Torres Iribar ເນັ້ນໜັກວ່າ: ກຸຍບາ ໃຫ້ບຸລິມະສິດການຮ່ວມມືກັບ ຫວຽດນາມ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ມາລົງທຶນ, ດຳເນີນທຸລະກິດຢູ່ ກຸຍບາ. ນະຄອນ ລາຮາວານ, ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ ໂຮ່ຈີມິນ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ, ມີທ່າແຮງ, ຄື: ການຜະລິດກະສິກຳເຕັກໂນໂລຊີສູງ, ສາທາລະນະສຸກ, ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ