ການນຳນະຄອນ ໂຮ່ຈີມິນ ພົບປະກັບບັນດາອົງການຕາງໜ້າຂອງຕ່າງປະເທດ

ການນຳນະຄອນ ໂຮ່ຈີມິນ ພົບປະກັບບັນດາອົງການຕາງໜ້າຂອງຕ່າງປະເທດ - ảnh 1
ການ​ພົບ​ປະ​ກັບ​ບັນດາ​ອົງການ​ຕ່າງປະ​ເທດ​ປະຈຳ​ນະຄອນ
(ພາບ: TTXVN)

(vovworld) - ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ປະຈຳ​ປີ 2017, ຕອນ​ຄ່ຳ​ວັນ​ທີ 17/01 ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ມີ​ການ​ພົບ​ປະ​ກັບ​ບັນດາ​ອົງການ​ຕ່າງປະ​ເທດ​ປະຈຳ​ນະຄອນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ແທ່ງ​ຟອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຢືນຢັນ​ວ່າ ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ອຸດົມສົມ​ບູນ, ​ເປັນ​ເຈົ້າ​ການຢ່າງ​ມີ​ປະສິດທິ​ຜົນ, ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ. ວຽກ​ງານ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນການ​ພັດທະນາ​ຂອງ​ນະຄອນ. ​ໃນ​ຂອບ​ເຂດ​ປີ APEC ຫວຽດນາມ 2017, ນະຄອນ ​ໂຮ່ຈີ​ມິນ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ນະຄອນ​ພວມ​ຢູ່ໃນ​ວິວັດ​ການ​ກໍ່ສ້າງ​ນະຄອນ​ສະຫລາດ​, ຊຸກຍູ້​ການ​ໝູນ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ສ້າງລະບົບ​ຊີວະ​ພາບ​ເລີ່​ມທຸລະ​ກິດ…

ຕອບກັບ

ຂ່າວ/ບົດ​ອື່ນ