ການ​ນຳ​ນະ​ຄອນ​ ໂຮ່​ຈີ​ມິນ ​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ວັດ ​ກູບາ

(VOVWORLD) -ນະຄອນໂຮ່ຈີມິນ ຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການກັບກູບາ ໃນຂົງເຂດຄຸ້ມຄອງເສດຖະກິດ, ກົນໄກເສດຖະກິດການຕະຫຼາດ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື ເຕັກໂນໂລຢີຊີວະສາດ, ສາທາລະນະສຸກ, ການສຶກສາ ແລະ ການທ່ອງທ່ຽວ.
ການ​ນຳ​ນະ​ຄອນ​ ໂຮ່​ຈີ​ມິນ ​ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ວັດ ​ກູບາ - ảnh 1ທ່ານນາງ ຫວໍທິຢຸງ, ຮອງເລຂາຄະນະພັກນະຄອນໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານ Carlos Rafeal Miranda Martinez, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ (ພາບ: TTXVN)

ຕອນຄ່ຳວັນທີ 22 ສິງຫາ, ທ່ານນາງ ຫວໍທິຢຸງ, ຮອງເລຂາຄະນະພັກນະຄອນໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບທ່ານ Carlos Rafeal Miranda Martinez, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານຄະນະກຳມະການປະຕິວັດ ກູບາ, ພ້ອມກັບຄະນະຜູ້ແທນຂັ້ນສູງຄະນະກຳມະການປ້ອງກັນການປະຕິວັດ ກູບາ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາງຫວໍທິຢຸງ ຮອງເລຂາຄະນະພັກນະຄອນໂຮ່ຈີມິນໃຫ້ຮູ້ວ່າ: ເຖິງວ່າສອງປະເທດໄດ້ຕັ້ງຢູ່ຫ່າງໄກກັນກໍ່ຕາມແຕ່ ສອງປະເທດ ຫວຽດນາມ - ກູບາ ຍາມໃດກໍ່ສະຫງວນນ້ຳໃຈໃຫ້ກັນແລະເປັນເຄົາລົບນັບຖື, ໃນນັ້ນ ມີແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການປ້ອງກັນການປະຕິວັດ ກູບາ. ນະຄອນໂຮ່ຈີມິນ ຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການກັບກູບາ ໃນຂົງເຂດຄຸ້ມຄອງເສດຖະກິດ, ກົນໄກເສດຖະກິດການຕະຫຼາດ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື ເຕັກໂນໂລຢີຊີວະສາດ, ສາທາລະນະສຸກ, ການສຶກສາ ແລະ ການທ່ອງທ່ຽວ.

        ສ່ວນທ່ານ Carlos Rafeal Miranda Martinez ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ພ້ອມທັງຖືວ່າ ຄະນະກຳມະການປ້ອງກັນການປະຕິວັດ ກູບາ ກໍ່ມີບັນດາການເຄື່ອນໄຫວທີ່ຄ້າຍຄືກັນ. ໃນນັ້ນ, ໜ້າທີ່ຈຸດສຸມຂອງຄະນະກຳມະການປ້ອງກັນການປະຕິວັດ ກູບາ ແມ່ນຖ່າຍທອດໂຄສະນາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ກົດໝາຍ ຂອງລັດໃຫ້ປະຊາຊົນ, ພ້ອມທັງສະເໜີຕໍ່ພັກ, ລັດ ບັນດາບັນຫາການກໍ່ສ້າງ, ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ