ການ​ນຳ​ນະ​ຄອນ ໂຮ່​ຈີ​ມິ​ນ​ໂອ້​ລົມ​ສົນ​ທະ​ນາ​ກັບ ນັກ​ທຸ​ລະ​ກິດ ໜຸ່ມ

(VOVWORLD) -ວັນທີ 24 ມີນາ, ສະຫະພັນຊາວໜຸ່ມ ຫວຽດນາມ ແລະ ສະຫະພັນ ນັກທຸລະກິດໜຸ່ມ ນະຄອນໂຮ່ຈີມິນ ໄດ້ສົມທົບກັນ ຈັດລາຍການ “ການນຳນະຄອນໂຮ່ຈີມິນ ໂອ້ລົມສົນທະນາ ກັບ ນັກທຸລະກິດໜຸ່ມ” ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ ໂດຍລັດມອບໃຫ້.
ການ​ນຳ​ນະ​ຄອນ ໂຮ່​ຈີ​ມິ​ນ​ໂອ້​ລົມ​ສົນ​ທະ​ນາ​ກັບ ນັກ​ທຸ​ລະ​ກິດ ໜຸ່ມ - ảnh 1ລາຍການ “ການນຳນະຄອນໂຮ່ຈີມິນ ໂອ້ລົມສົນທະນາ ກັບ ນັກທຸລະກິດໜຸ່ມ” (ພາບ: baotintuc.vn)

ທີ່ການໂອ້ລົມທາງໂທລະສັບ, ບັນດານັກທຸລະກິດ, ວິສາຫະກິດໜຸ່ມ ໄດ້ປະກອບຫຼາຍຄຳເຫັນ, ຂໍ້ສະເໜີເພື່ອໃຫ້ນະຄອນໂຮ່ຈີມິນສືບຕໍ່ພັດທະນາ ແລະ ຮັກສາທີ່ຕັ້ງເປັນເຈົ້າພາທາງດ້ານເສດຖະກິດ ໃນສະພາບການໃໝ່, ສຸມໃສ່ເຂົ້າບັນດາຂົງເຂດຄື: ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ວິສາຫະກິດ, ລົງທຶນພື້ນຖານດ້ານວັດຖຸ, ການວາງແຜນຜັງ, ພື້ນຖານໂຄງລ່າງ, ຊຸກຍູ້ວິສາຫະກິດຫັນເປັນດີຈີຕອນ…

ກ່າວຄຳເຫັນທີ່ການໂອ້ລົມທາງໂທລະສັບ, ທ່ານ ຫງວຽນແທັງຟອງ ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງບັນດາຄຳເຫັນປະກອບຂອງ ບັນດາວິສາຫະກິດສະມາຊິກສະພານັກທຸລະກິດໜຸ່ມ ນະຄອນໂຮ່ຈີມິນ. ທ່ານ ຫງວຽນແທັງຟອງ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກທຸລະກິດໜຸ່ມເປັນເຈົ້າການໃນການສ້າງສາ ແລະ ຜັນຂະຫຍາຍແຜນການຫັນເປັນດີຈີຕອນນັບແຕ່ປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ