ການນຳນະຄອນຮ່າໂນ້ຍ, ນະຄອນໂຮ່ຈິມີນລົງຢ້ຽມຢາມ,ອວຍພອນບຸນເຕັດບັນດາອົງການສາສະຫນາ

(VOVWORLD) -ຕອນບ່າຍວັນທີ 1 ກຸມພາ, ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ລົງຢ້ຽມຢາມ ອວຍພອນບຸນເຕັດ ສະມາຄົມສາສະຫນາໂປແຕດສະຕັງ ຢູ່ພາກເຫນືອ ແລະ ສະມາຄົມສາສະຫນາໂປແຕດສະຕັງ ນະຄອນຮ່າໂນ້ຍ. 

ການນຳນະຄອນຮ່າໂນ້ຍ, ນະຄອນໂຮ່ຈິມີນລົງຢ້ຽມຢາມ,ອວຍພອນບຸນເຕັດບັນດາອົງການສາສະຫນາ - ảnh 1ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ມອບຂອງຂວັນບຸນເຕັດໃຫ້  ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາໂປແຕດສະຕັງ

ພາບ:kinhtedothi

ກ່າວຄຳເຫັນນະທີ່ນີ້ ທ່ານ ຫງວຽນດຶກຈູງ ສະແດງຄວາມຂອບອົກຂອບໃຈ ບັນດາຄູນພໍ່, ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາໂປແຕດສະຕັງຫວຽດນາມ (ຢູ່ ພາກເຫນືອ) ໃນໄລຍະຜ່ານມາຍາມໃດກໍ່ຮ່ວມເດີນທາງພ້ອມກັບນະຄອນໃນການເຄື່ອນໄຫວຫລາຍຢ່າງ, ປະກອບສ່ວນຊ່ວຍນະຄອນປະຕິບັດສຳເລັດຄາດໝາຍເສດຖະກິດ ສັງຄົມຢ່າງຮອບດ້ານ, ເປັນຕົ້ນໃນການເບິ່ງແຍງ, ກວດປິ່ນປົວພະຍາດໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ໃນບໍລິເວນ.

ສ່ວນຢູ່ນະຄອນ ໂຮ່ຈິມີນ, ຕອນເຊົ້າວັນດຽວກັນ ຄະນະຜູ້ແທນຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ  ໂດຍທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ນຳຫນ້າ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດບັນດາອົງການສາສະຫນາ, ຜູ້ມີຍົດສັກຕຳແຫນ່ງທາງສາສະຫນາຢູ່ ນະຄອນໂຮ່ຈິມີນ.

ຕອບກັບ

ຂ່າວ/ບົດ​ອື່ນ